ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ກຳປູເຈຍ

(VOVWORLD) - ເຖິງວ່າຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19 ໃນ 2 ປີຜ່ານມາ, ກໍ່ຕາມແຕ່ການຮ່ວມມືດ້ານເສດຖະກິດສອງຝ່າຍ ຫວຽດນາມ - ກຳປູເຈຍ ຍັງບັນລຸໄດ້ຫຼາຍຜົນງານທີ່ໜ້າຊຶ່ມຊົມ
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ກຳປູເຈຍ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມອບ ເງິນຈຳນວນ 30.000 USD ໃຫ້ແກ່ກອງທຶນໜູນຊ່ວຍການຍົກຍ້າຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ເຂດທະເລສາບ
(ພາບ: VOV)

ຕອນບ່າຍວັນທີ 20 ພະຈິກ, ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະ, ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ພະນົມເປັນ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແຈ້ງໃຫ້ພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຊາບກ່ຽວກັບການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການໃນ 2 ມື້ຜ່ານມາ, ໃນນັ້ນ, ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ Samdech Heng Samrin; ເຂົ້າຢ້ຽມຂ່ຳນັບ ເຈົ້າຊີວິດ Norodom Sihamoni; ພະລາຊີນີ Norodom Monineath Sihamoni; ພົບປະກັບທ່ານປະທານສະພາສູງ Samdech Say Chhum ແລະ ທ່ານນາຍົກລັດຖະມົນຕີ Hunsen.

        ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ເຖິງວ່າຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19 ໃນ 2 ປີຜ່ານມາ, ກໍ່ຕາມແຕ່ການຮ່ວມມືດ້ານເສດຖະກິດສອງຝ່າຍ ຫວຽດນາມ - ກຳປູເຈຍ ຍັງບັນລຸໄດ້ຫຼາຍຜົນງານທີ່ໜ້າຊຶ່ມຊົມ. ວົງເງິນການຄ້າສອງສົ້ນປີ 2021 ບັນລຸກ່ວາ 9,5 ຕື້ USD (ເພີ່ມຂຶ້ນເກືອບ 80% ເມື່ອທຽບໃສ່ປີ 2020); ໃນ 9 ເດືອນຕົ້ນປີ 2022 ບັນລຸ 8,45 ຕື້ USD, ເພີ່ມຂຶ້ນ 16,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ຄາດວ່າ, ທັງປີຈະລື່ນກາຍລະດັບ 10 ຕື້ USD… ທ່ານປະທານສະພາແຫ່ງຊາດ  ຢັ້ງຢືນວ່າ: ການພົວພັນລະຫວ່າງສອງປະເທດພັດທະນາອັນດີງາມຄືໃນທຸກວັນນີ້ແມ່ນຕ້ອງເວົ້າເຖິງບົດບາດຂອງປະຊາຄົມຊາວ ຫວຽດນາມ ຢູ່ກຳປູເຈຍ ດ້ວຍຖານະເປັນຂົວເຊື່ອມຕໍ່ແຫ່ງນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມອບ ເງິນຈຳນວນ 30.000 USD ໃຫ້ແກ່ກອງທຶນໜູນຊ່ວຍການຍົກຍ້າຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ເຂດທະເລສາບ. ຫ້ອງວ່າການສະພາແຫ່ງຊາດໄດ້ມອບເງິນຈຳນວນ 5.000 USD ໃຫ້ແກ່ສະມາຄົມ ຂະແມ - ຫວຽດນາມ ຢູ່ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ