ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA-43

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ບັນດາການນຳສະພາແຫ່ງຊາດ, ລັດຖະສະພາສະມາຊິກ AIPA ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA-43 - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA
(ພາບ: Lê Tuyết/ VOV)

ຕອນຄ່ຳວັນທີ 20 ພະຈິກ, ທີ່ນະຄອນຫຼວງ ພະນົມເປັນ, ແຫ່ງລາຊະອານາຈັກ ກຳປູເຈຍ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 43 (AIPA – 43), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ບັນດາການນຳສະພາແຫ່ງຊາດ, ລັດຖະສະພາສະມາຊິກ AIPA ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA.

        ທີ່ກອງປະຊຸມ, ຄະນະບໍລິຫານງານ AIPA ໄດ້ປຶກສາຫາລື ແລະ ຮັບຮອງເອົາໂຄງການເຄື່ອນໄຫວຂອງກອງປະຊຸມສະມັດຊາໃຫຍ່ AIPA – 43; ພາກສ່ວນຂອງກອງປະຊຸມສະມາຊິກລັດຖະສະພາ AIPA ຍິງ, ສະມາຊິກລັດຖະສະພາໜຸ່ມ, ບັນດາກຳມາທິການການເມືອງ, ກຳມາທິການເສດຖະກິດ, ກຳມາທິການສັງຄົມ…

        ຕອນເຊົ້າວັນທີ 21 ພະຈິກ, ກອງປະຊຸມສະມັດຊາໃຫຍ່ AIPA – 43 ດ້ວຍຫົວຂໍ້ວ່າ “ພ້ອມກັນກ້າວຂຶ້ນເພື່ອ ອາຊຽນ ເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ໝັ້ນຄົງ” ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ພະນົມເປັນ. ຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ເໝາະສົມກັບຫົວຂໍ້ລວມຂອງ ອາຊຽນ ໃນປີນີ້, ນັ້ນແມ່ນ “ອາຊຽນ ເຄື່ອນໄຫວເພື່ອພ້ອມກັນຮັບມືກັບບັນດາສິ່ງທ້າທາຍ”. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີບົດປາໄສທີ່ກອງປະຊຸມຄົບຄະນະຄັ້ງທີ 1.

ຕອບກັບ

ຂ່າວ/ບົດ​ອື່ນ