ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີລົງນາມເອກະສານຮ່ວມມືລະຫວ່າງ Vietjet ແລະ Lao Airlines

(VOVWORLD) - ຄາດວ່າ, ສາຍການບິນໃໝ່ຈະຮັບໃຊ້ຜູ້ໂດຍສານແຕ່ເດືອນ ກຸມພາ 2024 ດ້ວຍ 4 ຖ້ຽວ/ອາທິດ, ປະກອບສ່ວນຊຸກຍູ້ການຄ້າ, ການທ່ອງທ່ຽວ, ການພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.
 
ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີລົງນາມເອກະສານຮ່ວມມືລະຫວ່າງ Vietjet ແລະ Lao Airlines - ảnh 1ບັນດາຜູ້ແທນຢູ່ໂຮງງານສ້ອມແປງບຳລຸງ Hangar ຂອງ Vietjet Air

ຕອນເຊົ້າວັນທີ 4 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມ ແລະ ເປັນສັກຂິພິຍານພິທີລົງນາມເອກະສານຮ່ວມມືຮອບດ້ານລະຫວ່າງບໍລິສັດການບິນ Vietjet ກັບບໍລິສັດການບິນແຫ່ງຊາດລາວ Lao Airlines ແລະ ປະກາດເປີດສາຍການບິນໃໝ່ເຊື່ອມຕໍ່ນະຄອນຫຼວງ ວຽງຈັນ (ລາວ) ກັບນະຄອນໂຮ່ຈີມິນ (ຫວຽດນາມ).

        ຄາດວ່າ, ສາຍການບິນໃໝ່ຈະຮັບໃຊ້ຜູ້ໂດຍສານແຕ່ເດືອນ ກຸມພາ 2024 ດ້ວຍ 4 ຖ້ຽວ/ອາທິດ, ປະກອບສ່ວນຊຸກຍູ້ການຄ້າ, ການທ່ອງທ່ຽວ, ການພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.

        ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢ້ຽມຢາມເຂດໂຮງງານສ້ອມແປງບຳລຸງ Hangar ຂອງ Vietjet Air ຢູ່ສະໜາມບິນວັດໄຕ້, ນະຄອນຫຼວງ ວຽງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ