ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີ​ມ​ສະ​ຫຼອງ 75 ປີ ແຫ່ງວັນ​ການປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ກອງ​ປະ​ຊຸມ​ໃຫຍ່​ ​ຜູ້​ແທນປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຢູ່​ເຕິນ​ຈ່າວ

(VOVWORLD) -ຕອນເຊົ້າວັນທີ 19 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 75 ປີແຫ່ງວັນປະຕິວັດ ເດືອນ ສິງຫາ, 75 ປີແຫ່ງວັນ ຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດຢູ່ເຕິນຈ່າວ ໂດຍມີການເຂົ້າຮ່ວມຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີ​ມ​ສະ​ຫຼອງ 75 ປີ ແຫ່ງວັນ​ການປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ກອງ​ປະ​ຊຸມ​ໃຫຍ່​ ​ຜູ້​ແທນປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຢູ່​ເຕິນ​ຈ່າວ - ảnh 1 ທ່ານນາງ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍຂອງ ນາຍົກລັດຖະມົນຕີ ໃຫ້ແກ່ສ່ວນບຸກຄົນທີ່ມີຜົນງານດີເດັ່ນ

ທີ່ພິທີ, ທ່ານ ຫງວຽນແຮ້ງຟຸກ ເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ມີບົດກ່າວປາໄສຫວນຄືນບັນດາໜ້າປະຫວັດສາດທີ່ອົງອາດກ້າຫານຂອງປະເທດຊາດ, ທ່ານຢັ້ງຢືນການກຳເນີດສະພາແຫ່ງຊາດຫວຽດນາມ ທັງແມ່ນໝາກຜົນ, ທັງແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງການປະຕິວັດ. ສະພາແຫ່ງຊາດແມ່ນສັນຍາລັກຂອງ ເອກະລາດແຫ່ງຊາດ, ແມ່ນກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເກືອບ 75 ປີທີຜ່ານມາ, ຍາມໃດສະພາແຫ່ງຊາດກໍ່ຮ່ວມເດີນທາງພ້ອມກັບບັນດາບາດກ້າວພັດທະນາຂອງຊາດ, ນັບມື້ນັບປະຕິບັດບົດບາດເປັນອົງການຕົວແທນສູງສຸດຂອງປະຊາຊົນ, ເປັນອົງການທີ່ມີສິດອຳນາດສູງສຸດຂອງ ປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃຫ້ດີກ່ວາອີກ.

ແລະກໍ່ໃນພິທີ, ທ່ານນາງ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍຂອງ ນາຍົກລັດຖະມົນຕີໃຫ້ແກ່ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວິວັດທະນາການປະຕິບັດໜ້າທີ່ວຽກງານ, ປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ