ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສົມ​ມາດ ພົນ​ເສ​ນາ

(VOVWORLD) - ຕອນບ່າຍວັນທີ 22 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ສົມມາດ ພົນເສນາ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສົມ​ມາດ ພົນ​ເສ​ນາ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ສົມມາດ ພົນເສນາ (ພາບ: quochoi.vn)

ທ່ານປະທານສະພາແຫງຊາດ ເຈິ່ນແທງເໝິນ ຕີລາຄາສູງບັນດາການເຄື່ອນໄຫວຂອງສອງພັກ, ສອງລັດ, ສະພາແຫ່ງຊາດ, ລັດຖະບານໃນໄລຍະຜ່ານມາ. ສອງຝ່າຍໄດ້ມີບັນດາການເຄື່ອນໄຫວຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ສົມທົບກັນປະຕິບັດບັນດາຂໍ້ຕົກລົງເຊິ່ງສອງຝ່າຍໄດ້ລົງນາມ. ນອກຈາກການເຄື່ອນໄຫວການທູດຂອງພັກ, ລັດ ແລ້ວ ການພົບປະປະຊາຊົນກໍດຳເນີນໄປຢ່າງຟົດຟື້ນ, ເລິກເຊິ່ງ ຜ່ານບັນດາຊ່ອງທາງຂອງແນວໂຮມປະເທດຊາດ, ສະຫະພັນບັນດາອົງການມິດຕະພາບ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ທຸກຂັ້ນ; ສົມທົບກັນຢ່າງແໜ້ນແຟ້ນຢູ່ກົນໄກ, ເວທີປາໄສປະຊາຊົນຫຼາຍຝ່າຍໃນພາກພື້ນ ແລະ ໃນໂລກ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ