ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ຕອນບ່າຍວັນທີ 6 ສິງຫາ, ຢູ່ຫໍສະພາແຫ່ງຊາດ ທີ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານ Gennady Bezdetko ເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ພັນ ລັດ​ເຊຍ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານ Gennady Bezdetko ເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ (ພາບ: VOV)
ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍກຳນົດການພັດທະນາກັບ ສະຫະພັນ ລັດເຊຍ ເປັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ເລືອກເຟັ້ນຍຸດທະສາດ, ບັນຫາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເພື່ອປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ.

        ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ສະເໜີວ່າ ສອງຝ່າຍຕ້ອງແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພິເສດແມ່ນເພີ່ມທະວີການຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາດູມາແຫ່ງຊາດ ລັດເຊຍ, ສະພາສະຫະພັນ ລັດເຊຍ, ພ້ອມກັນແລກປ່ຽນບັນຫາເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານສະພາແຫ່ງຊາດ ກໍປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ, ໃນອາຍຸການຂອງຕົນ,  ຈະຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ ຢ່າງມີປະສິດທິຜົນ; ເປັນຂົວຕໍ່ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາ ດູມາ ແຫ່ງຊາດ ລັດເຊຍ ແລະ ສະພາສະຫະພັນ ລັດເຊຍ.

        ສ່ວນທ່ານເອກອັກຄະລັດຖະທູດ Gennady Bezdetko ຢັ້ງຢືນວ່າ ທ່ານເອກອັກຄະລັດຖະທູດ ໃນນາມສ່ວນຕົວ ແລະ ສະຖານທູດ ຈະສືບຕໍ່ມານະພະຍາຍາຍາມເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກວ່າເກົ່າ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ