ປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ແສງແດງເຂດ ບາດິ່ງ”

(VOVWORLD) - ລາຍການໄດ້ຊ່ວຍໃຫ້ຜູ້ຊົມຫວນຄືນຊຸມວັນທີ່ສະຫງ່າອົງອາດຂອງ 79 ປີກ່ອນນີ້, ເມື່ອກອງທັບ ແລະ ປະຊາຊົນ ຫວຽດນາມ ລູກຮື້ຂື້ນຍາດເອົາເອກະລາດແຫ່ງຊາດ
ປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ແສງແດງເຂດ ບາດິ່ງ” - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ເຂົ້າຮ່ວມລາຍການ
(ພາບ: daibieunhandan.vn)

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2024), ຕອນຄ່ຳວັນທີ 27 ສິງຫາ, ຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ແສງແດງເຂດ ບາດິ່ງ”, ໂດຍໜັງສືພິມຜູ້ແທນປະຊາຊົນເປັນເຈົ້າພາບຈັດຂຶ້ນ.

        ດ້ວຍບັນດາບົດເພງເດີນຕາມວັນເວລາ, ລາຍການໄດ້ຊ່ວຍໃຫ້ຜູ້ຊົມຫວນຄືນຊຸມວັນທີ່ສະຫງ່າອົງອາດຂອງ 79 ປີກ່ອນນີ້, ເມື່ອກອງທັບ ແລະ ປະຊາຊົນ ຫວຽດນາມ ລູກຮື້ຂື້ນຍາດເອົາເອກະລາດແຫ່ງຊາດ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີທີ່ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ກໍຄືຊາວ ຫວຽດນາມ ລຸ້ນຕ່າງໆທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ. ຜ່ານບັນດາບົດເພງອະມະຕະ, ຄະນະຈັດຕັ້ງປາດຖະໜາຢາກປຸກລຸກຄວາມເອກອ້າງທະນົງໃຈ, ນ້ຳໃຈຄວາມຮັກບ້ານເກີດເມືອງນອນ, ຄວາມເຊື່ອໝັ້ນຕໍ່ອະນາຄົດພັດທະນາຢ່າງໝັ້ນຄົງເຂັ້ມແຂງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ