ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ

(VOVWORLD) -ໂດຍປະຕິບັດລາຍການເຄື່ອນໄຫວພາຍຫຼັງ ກອງປະຊຸມ ສະໄໝສາມັນເທື່ອທີ 5, ສະພາ ແຫ່ງຊາດຊຸດທີ 15, ຕອນເຊົ້າວັນທີ 4 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ວີ້ງບ໋າວ, ນະຄອນ ຫາຍຟ່ອງ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ວີ້ງບ໋າວ ນະຄອນ ຫາຍຟ່ອງ. 

     ທີ່ການພົບປະ, ຜູ້ມີສິດເລືອກຕັ້ງເມືອງວິ້ງບ໋າວໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມນັບທັງໃນ 3 ດ້ານຄື: ນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິ, ຮ່າງກົດໝາຍຫຼາຍສະບັບກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ວິສາຫະກິດ. ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດນັບມື້ນັບມີປະຊາທິປະໄຕ, ເປີດເຜີຍ ແລະ ໂປ່ງໃສ. ພິເສດ, ວຽກງານຕິດຕາມກວດກາຂອງສະພາແຫ່ງຊາດໄດ້ແຜ່ລາມໄປເຖິງສະພາປະຊາຊົນທ້ອງຖິ່ນ.ກ່າວຄຳເຫັນທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຖືວ່າ:

   “ເດືອນສິງຫານີ້, ຄະນະປະຈຳສະພາແຫ່ງຊາດຈະສົມທົບກັບລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມທົ່ວປະເທດຄັ້ງທຳອິດຢູ່ນະຄອນຫາຍຟ່ອງ ເພື່ອຜັນຂະຫຍາຍປະຕິບັດບັນດາກົດໝາຍ ແລະ ມະຕິທີ່ສະພາແຫ່ງຊາດຫາກໍ່ປະກາດໃຊ້ໃນກອງປະຊຸມຄັ້ງທີ 5 ຜ່ານມາ. ພ້ອມກັນນັ້ນ, ກໍສຳຫຼວດກວດກາຄືນ ບັນດາກົດໝາຍ ແລະ ມະຕິຕ່າງໆນັບແຕ່ຕົ້ນອາຍຸການ ແມ່ນໄດ້ຄ ປະຕິບັດຄືແນວໃດ.”

ຕອບກັບ

ຂ່າວ/ບົດ​ອື່ນ