ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ

(VOVWORLD) -ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມໃນທຸກຂົງເຂດ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ - ảnh 1(ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເລີ່ມເດີນທາງໄປຢ້ຽມຢາມ ຮຸງກາຣີ)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານປະທານສະແຫ່ງຊາດ ຮຸງກາຣີ Laszlo Kover, ຕອນເຊົ້າວັນທີ 25 ມິຖຸນາ, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມປະເທດ ຮຸງກາຣີ ຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 28 ມິຖຸມາ. ການຢ້ຽມຢາມດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາໄດ້ຮັບການພັດທະນາຢ່າງຕັ້ງໜ້າ ນັບແຕ່ເມື່ອ 2 ຝ່າຍຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ເນື່ອງໃນໂອກາດການໄປຢ້ຽມຢາມ ຮຸງກາຣີ ຂອງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ (ປີ 2018), ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳ 2 ປະເທດໃນການຊຸກຍູ້ການພົວພັນ 2 ຝ່າຍ.

        ຮຸງກາຣີ ແມ່ນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງເອີລົບ. ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມໃນທຸກຂົງເຂດ. ຮຸງກາຣີ ຖື ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍໜູນຊ່ວຍການພັດທະນາທາງການ (ODA) ດ້ວຍເລື່ອງ ໃຫ້ຄຳໝັ້ນສັນຍາກູ້ຢືມທຶນບຸລິມະສິດ 440 ລ້ານ ເອີໂລ ເພື່ອປະຕິບັດບັນດາໂຄງການນອນໃນຂົງເຂດໃຫ້ບຸລິມະສິດຮ່ວມມືຂອງ 2 ປະເທດ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮຸງກາຣີ ປະຈຳ ຫວຽດນາມ Ory Csaba ໃຫ້ຮູ້ວ່າ, ການພົວພັນລະຫວ່າງ ຮຸງກາຣີ ແລະ ຫວຽດນາມ ມີ ປະຫວັດສາດຍາວນານມາ 72 ປີ.  ການພົວພັນດັ່ງກ່າວນອນຢູ່ຫຼາຍຂົງເຂດ, ເລິກເຊິ່ງເປັນພິເສດທີ່ສຸດແມ່ນຂົງເຂດການສຶກສາ, ວັດທະນະທຳ. ທ່ານຫວັງວ່າ ໃນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຄັ້ງນີ້, 2 ຝ່າຍຈະບັນລຸໄດ້ບາດກ້າວໃນຂົງເຂດການສຶກສາ - ວັດທະນະທຳ. ກ່ຽວກັບການຮ່ວມມືດ້ານການຄ້າ, ຕາມຕົວເລກສະຖິຕິແລ້ວ, ວົງເງິນການຄ້າ 2 ສົ້ນປີ 2021 ບັນລຸ 1,1 ຕື້ USD. ນີ້ແມ່ນຕົວເລກທີ່ໜ້າຊື່ນຊົມ ແລະ ຮຸງກາຣີ ປາດຖະໜາວ່າ ຕົວເລກດັ່ງກ່າວຈະສືບຕໍ່ເພີ່ມຂຶ້ນສູງກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ