ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ເລີ່ມ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ ​ຢູ່ ເອີ​ຣົບ

(VOVWORLD) - ຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ ແມ່ນກອງປະຊຸມປະທານສະພາແຫ່ງຊາດສາກົນ ຄັ້ງທີ 5 ເຊິ່ງຖືກຈັດຂຶ້ນຢູ່ ໂອຕາລິດ ໃນວັນທີ 6 – 9 ກັນຍາ ໃນສະພາບການໂລກ ແລະ ບັນດາປະເທດເອີຣົບ ເລີ່ມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ເລີ່ມ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ ​ຢູ່ ເອີ​ຣົບ - ảnh 1ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  (ພາບປະກອບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະຫະພັນ ລັດຖະສະພາສາກົນ (IPU) Duarter Pacheco, ປະທານສະພາແຫ່ງຊາດ ໂອຕາລິດ Wolfgang Sobotka, ທ່ານປະທານລັດຖະສະພາເອີຣົບ (EP) David Sassoli  ແລະ ທ່ານ ປະທານສະພາແຫ່ງຊາດ ແຟງລັງ Anu Vehviainen, ຕອນເຊົ້າວັນທີ 5 ກັນຍາ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງໄປຍັງ ເອີຣົບ ເພື່ອເຂົ້າຮ່ວມ ກອງປະຊຸມປະທານສະພາແຫ່ງຊາດສາກົນ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ຢ້ຽມຢາມ ແລະ ເຮັດວຽກກັບ ລັດຖະສະພາເອີຣົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມ ສາທາລະນະລັດ ແຟງລັງ ຢ່າງເປັນທາງການ. ການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງນີ້ ຖືກດຳເນີນແຕ່ວັນທີ 5 ຫາວັນທີ 11 ກັນຍາ. ນີ້ກໍແມ່ນການຢ້ຽມຢາມ ເອີຣົບ ຄັ້ງທຳອິດຂອງການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ ພາຍຫຼັງ ກອງປະຊຸມໃຫຍ່ຜູູ້ແທນທົ່ວປະເທດ ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ແລະ ພາຍຫຼັງເວລາ 2 ປີ ທີ່ຖືກຂາດວັກຂາດຕອນຍ້ອນໂລກລະບາດໂຄວິດ - 19, ປະກອບສ່ວນຫັນເປັນລະອຽດແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ເຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຍົກສູງພາບພົດ, ທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ.

        ຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ ແມ່ນກອງປະຊຸມປະທານສະພາແຫ່ງຊາດສາກົນ ຄັ້ງທີ 5 ເຊິ່ງຖືກຈັດຂຶ້ນຢູ່ ໂອຕາລິດ ໃນວັນທີ 6 – 9 ກັນຍາ ໃນສະພາບການໂລກ ແລະ ບັນດາປະເທດເອີຣົບ ເລີ່ມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. ກອງປະຊຸມ ມີການເຂົ້າຮ່ວມຂອງປະທານສະພາແຫ່ງຊາດ 114 ທ່ານ, ຮອງປະທານສະພາແຫ່ງຊາດ 30 ທ່ານ ທີ່ມາຈາກບັນດາປະເທດໃນໂລກ. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ນຳໜ້າ ເຂົ້າຮ່ວມກອງປະຊຸມໂດຍກົງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຈະມີ 3 ບົດກ່າວປາໄສສຳຄັນໃນວາລະປຶກສາຫາລືຄົບຄະນະ ແລະ ວາລະປຶກສາຫາລືຫົວເລື່ອງສະເພາະຕ່າງໆ.

        ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກໍຈະມີການພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ເອີຣົບ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ