ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເຮັດ​ວຽກ ກັ​ບ​ຄະ​ນະ​ປະ​ຈຳ​ ​ພັກ​ແຂວງ ກ໋​ວາງ​ນາມ

(VOVWORLD) -ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງຕອນໃຕ້ພາກກາງ, ຕອນເຊົ້າວັນທີ 27 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບຄະນະປະຈຳ ພັກແຂວງ ແຂວງກ໋ວາງນາມ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເຮັດ​ວຽກ ກັ​ບ​ຄະ​ນະ​ປະ​ຈຳ​ ​ພັກ​ແຂວງ ກ໋​ວາງ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ກ່ຽວກັບບາງມາດຕະການ, ໜ້າທີ່ເພື່ອພັດທະນາເສດຖະກິດ - ສັງຄົມຂອງແຂວງໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ແຂວງກ໋ວາງນາມສ້າງແບບຢ່າງໃນການພັດທະນາການທ່ອງທ່ຽວ, ຟື້ນຟູການທ່ອງທ່ຽວພາຍຫຼັງພະຍາດໂຄວິດ - 19, ສິ່ງແວດລ້ອມ, ການບໍລິການ, ຜະລິດຕະພັນການທ່ອງທ່ຽວຕ້ອງມີບາດກ້າວບຸກທະລຸ ຢ່າງແຮງ, ຕິດແທດກັບມະຕິຂອງສະພາແຫ່ງຊາດ, ການແນະນຳຂອງລັດຖະບານໃນໜ້າທີ່ວາງແຜນກຳນົດ. ທ່ານກ່າວວ່າ:

ທາງແຂວງຄວນສືບຕໍ່ປະຕິບັດນະໂຍບາຍໜູນຊ່ວຍສັງຄົມ, ວຽກງານຕອບບຸນແທນຄຸນ, ປັບປຸງການແພດຂັ້ນຮາກຖານ, ການແພດປ້ອງກັນ, ເພີ່ມທະວີພະນັກງານໃຫ້ແກ່ເຂດປະຊາຊົນເຜົ່າສ່ວນໜ້ອຍ, ເຂດພູສູງ. ຍູ້ແຮງວຽກງານປະຕິບັດການປະຢັດ, ຕ້ານການຟຸມເຟືອຍ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້. ຜັນຂະຫຍາຍການຈັດຕັ້ງປະຕິບັດ, ການເຄື່ອນໄຫວຂອງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂັ້ນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ