ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເຮັດວຽກກັບກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ

(VOVWORLD) - ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຄວນຕິດຕາມສະພາບການຢ່າງໃກ້ຊິດ ເພື່ອກຳນົດທິດໃນການປະຕິບັດບັນດາພາລະໜ້າທີ່ຂອງຕົນໃນໄລຍະຈະມາເຖິງ.
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເຮັດວຽກກັບກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ. ພາບ: TTXVN

  ທີ່ການເຮັດວຽກກັບກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດໃນຕອນບ່າຍວັນທີ 23 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ສະເໜີໃຫ້ກຳມາທິການ ສ້າງແຜນຮ່າງ ເພື່ອສືບຕໍ່ຍົກສູງຄຸນນະພາບປະສິດທິຜົນການເຄື່ອນໄຫວ ແນໃສ່ປະຕິບັດມະຕິຂອງສະພາແຫ່ງຊາດຊຸດທີ XIV ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ກ່າວຄຳເຫັນທີ່ການເຮັດວຽກ, ທ່່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ຕີລາຄາສູງບັນດາໝາກຜົນການເຄື່ອນໄຫວຂອງກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ        ໃນອາຍຸການສະພາແຫ່ງຊາດຊຸດທີ XIV.

        ກ່ຽວກັບໜ້າທີ່ຈະມາເຖິງ, ທ່່ານປະທານສະພາແຫ່ວຊາດ ເວືອງດີງເຫ້ວ ໄດ້ສະເໜີກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຄວນຕິດຕາມສະພາບການຢ່າງໃກ້ຊິດ ເພື່ອກຳນົດທິດໃນການປະຕິບັດບັນດາພາລະໜ້າທີ່ຂອງຕົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ