ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຈະ​ເລີນ ເຢຍ​ປາວ​ເຮີ

(VOVWORLD) - ຕອນບ່າຍວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຈະ​ເລີນ ເຢຍ​ປາວ​ເຮີ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ  (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ສາຍພົວພັນລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ພວມພັດທະນາຢ່າງດີງາມ, ພ້ອມທັງຊົມເຊີຍສະພາແຫ່ງຊາດລາວທີ່ໄດ້ຈັດກອງປະຊຸມສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃນເດືອນ ທັນວາ 2023 ຢ່າງສຳເລັດຜົນ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 3 ປະເທດ ແລະ ໃນພາກພື້ນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກເຖິງບັນດາການເຄື່ອນໄຫວແລກປ່ຽນບົດຮຽນ, ປະສົບການໃນວຽກງານນິຕິບັນຍັດ, ຕິດຕາມກວດກາລະຫວ່າງບັນດາອົງການວິຊາສະເພາະຂອງສະພາແຫ່ງຊາດ 2 ປະເທດໄດ້ຊຸກຍູ້, ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ 2 ສະພາແຫ່ງຊາດ ເວົ້າສະເພາະ ແລະ 2 ປະເທດ ເວົ້າລວມ ເລິກເຊິ່ງຂຶ້ນຕື່ມ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ປາດຖະໜາວ່າ ຜ່ານການເຮັດວຽກຢູ່ ຫວຽດນາມ ຄັ້ງນີ້, ສະພາແຫ່ງຊາດ ລາວ ຈະມີບົດຮຽນເພີ່ມເຕີມໃນວຽກງານນິຕິບັນຍັດ, ກໍຄືການຮຽບຮຽງປະຫວັດສາດສະພາແຫ່ງຊາດ ລາວ ໃນຕະຫຼອດໄລຍະ 50 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ