ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ບໍ​ລິ​ຫານທະ​ນາ​ຄານ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ

(VOVWORLD) -ທ່ານ ປະທານສະພາບໍລິຫານທະນາຄານຮ່ວມມືສາກົນ ຍີ່ປຸ່ນ Maeda Tadashi ໃຫ້ຮູ້ວ່າ ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແມ່ນເພື່ອແນໃສ່ການພົວພັນຮ່ວມມືຍຸດທະສາດລະຫວ່າງ ສອງປະເທດ, ພ້ອມທັງສ້າງປະຊາຄົມຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ຢູ່ ອາຊີ, ໃນນັ້ນ ມີຄຳໝັ້ນສັນຍາຂອງ ຫວຽດນາມ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ບໍ​ລິ​ຫານທະ​ນາ​ຄານ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານ Maeda Tadashi ປະທານສະພາບໍລິຫານທະນາຄານຮ່ວມມືສາກົນ ຍີ່ປຸ່ນ (ພາບ: VOV)

ຕອນບ່າຍວັນທີ 27 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Maeda Tadashi ປະທານສະພາບໍລິຫານທະນາຄານຮ່ວມມືສາກົນ ຍີ່ປຸ່ນ (JBIC) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານ ປະທານສະພາບໍລິຫານທະນາຄານຮ່ວມມືສາກົນ ຍີ່ປຸ່ນ Maeda Tadashi ໃຫ້ຮູ້ວ່າ ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແມ່ນເພື່ອແນໃສ່ການພົວພັນຮ່ວມມືຍຸດທະສາດລະຫວ່າງ ສອງປະເທດ, ພ້ອມທັງສ້າງປະຊາຄົມຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ຢູ່ ອາຊີ, ໃນນັ້ນ ມີຄຳໝັ້ນສັນຍາຂອງ ຫວຽດນາມ. ເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດເປົ້າໝາຍນີ້, JBIC ຢາກໜູນຊ່ວຍ ແລະ ຮ່ວມມືກັບ ຫວຽດນາມ ດ້ວຍບັນດາໂຄງການທີ່ລະອຽດ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢາກໃຫ້ JBIC ໜູນຊ່ວຍ ຫວຽດນາມ, ລັດຖະບານ, ສະພາແຫ່ງຊາດປັບປຸງລະບົບກົດໝາຍ, ລະບອບລະບຽບການໃນການພັດທະນາແບບຍືນຍົງໃຫ້ສົມບູນ, ໂດຍສະເພາະແມ່ນການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ. ທ່ານປະທານສະພາແຫ່ງຊາດ ກໍສະເໜີໃຫ້ JBIC ໜູນຊ່ວຍ ຫວຽດນາມ ທັງສອງຂົງເຂດໃຫ້ຄຳປຶກສາດ້ານເຕັກນິກໃນການຄຳນວນ ຍົກອອກແຜນຍຸດທະສາດ, ຂັ້ນຕອນການຫັນປ່ຽນທີ່ເປັນໄປໄດ້, ແນໃສ່ໃຫ້ບັນລຸໄດ້ທັງເປົ້າໝາຍ, ທັງສ້າງຄວາມດຸ່ນດ່ຽງດ້ານລາຄາໃນແຕ່ລະຂັ້ນຕອນ ແລະ ໄລຍະຍາວ; ສ້າງເງື່ອນໄຂໃຫ້ ຫວຽດນາມ ໄດ້ສຳຜັດກັບບ້ວງໜູນຊ່ວຍສິນເຊື່ອຂອງບັນດາໂຄງການພະລັງງານສີຂຽວ, ຫັນປ່ຽນພະລັງງານທີ່ມີອັດຕາດອກເບ້ຍກູ້ຢືມທີ່ເໝາະສົມ.

ເລຕວຽດ


ຕອບກັບ

ຂ່າວ/ບົດ​ອື່ນ