ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ

(VOVWORLD) -  ໃນການປະຕິບັດງານຄັ້ງນີ້, ຄະນະຖອດຖອນໄດ້ຫຼາຍບົດຮຽນ, ປະສົບການຂອງ ຫວຽດນາມ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງສະພາປະຊາຊົນທ້ອງຖິ່ນຕ່າງໆ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ
(ພາບ:VOV)

ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ພ້ອມແລ້ວແລກປ່ຽນບົດຮຽນກັບສະພາແຫ່ງຊາດ ລາວ ແລະ ປາດຖະໜາຢາກເຂົ້າຮ່ວມບັນດາຮູບແບບທີ່ດີ, ບົດຮຽນອັນລ້ຳຄ່າຂອງລາວ ເພື່ອໃຫ້ສະພາແຫ່ງຊາດ ຫວຽດນາມ ເຄື່ອນໄຫວນັບມື້ນັບມີປະສິດທິຜົນກ່ວາເກົ່າ. ນີ້ແມ່ນການຢັ້ງຢືນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃນຕອນເຊົ້າວັນທີ 28 ກຸມພາ, ທີ່ສຳນັກງານສະພາແຫ່ງຊາດ, ທີ່ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ລາວ ຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ .

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ ໃຫ້ຮູ້ວ່າ: ໃນການປະຕິບັດງານຄັ້ງນີ້, ຄະນະຖອດຖອນໄດ້ຫຼາຍບົດຮຽນ, ປະສົບການຂອງ ຫວຽດນາມ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງສະພາປະຊາຊົນທ້ອງຖິ່ນຕ່າງໆ. ຄະນະກໍ່ໄດ້ມີການເຈລະຈາກັບທ່ານ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ເຮັດວຽກກັບຄະນະວຽກງານສະມາຊິກສະພາແຫ່ງຊາດຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ເພື່ອແລກປ່ຽນບົດຮຽນກ່ຽວກັບບຸກຄະລາກອນຂອງສະພາປະຊາຊົນ, ວຽກງານປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ; ວຽກງານການຈັດຕັ້ງ ແລະ ເຄື່ອນໄຫວຂອງສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ