ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ຈີນ

(VOVWORLD) - ທີ່ການພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ປັກກິ່ງ, ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຢ້ຽມຢາມຄັ້ງນີ້ ໃນການຮັກສາການພົບປະຂັ້ນສູງ, ແລກປ່ຽນຍຸດທະສາດຂັ້ນສູງລະຫວ່າງສອງພັກ, ສອງລັດ ຫວຽດນາມ - ຈີນ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ຈີນ - ảnh 1ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ແລະ ພັນລະຍາ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ
(ພາບ:VOV)

ຕອນຄ່ຳວັນທີ 7 ເມສາ, ພາຍຫຼັງໄປຮອດນະຄອນຫຼວງ ປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ແວ່ຢາມສະຖານທູດ ຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ຈີນ.

      ທີ່ການພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ປັກກິ່ງ, ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຢ້ຽມຢາມຄັ້ງນີ້ ໃນການຮັກສາການພົບປະຂັ້ນສູງ, ແລກປ່ຽນຍຸດທະສາດຂັ້ນສູງລະຫວ່າງສອງພັກ, ສອງລັດ ຫວຽດນາມ - ຈີນ, ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງຖະແຫຼງການຮ່ວມ ຫວຽດນາມ - ຈີນ ປີ 2023 ໄດ້ກຳນົດ “ທີ່ຕັ້ງບົດບາດໃໝ່” ໃຫ້ແກ່ການພົວພັນ ຫວຽດນາມ - ຈີນ ແລະ ຄວາມຮັບຜິດຊອບໃນໄລຍະຈະມາເຖິງທີ່ຈະຕ້ອງໄດ້ຜັນຂະຫຍາຍ, ຫັນຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດເປັນລະອຽດ, ນຳມາເຊິ່ງບັນດາໝາກຜົນລະອຽດດີງາມກ່ວາອີກ, ພິເສດແມ່ນໃນບັນດາເສົາຄ້ຳຮ່ວມມືທີ່ໄດ້ກຳນົດໄວ້ແລ້ວ.

      ທ່ານປະທານສະພາແຫ່ງຊາດ ຫວັງວ່າ ສະຖານທູດ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍ ແລະ ຊຸກຍູ້ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດຢ່າງມີປະສິດທິຜົນກ່ວາອີກ; ຄົ້ນຄ້ວາສະເໜີບັນດາກົນໄກຮ່ວມມືໃໝ່ໃຫ້ເໝາະສົມກັບເງື່ອນໄຂລະອຽດ ຂອງສອງປະເທດ. ກ່ຽວກັບວຽກງານປະຊາຄົມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ:

      “ຢູ່ຈີນ, ນອກຈາກສະຖານທູດແລ້ວ, ພວກເຮົາຍັງມີສະຖານກົງສູນໃຫຍ່ 5 ແຫ່ງ. ຂ້າພະເຈົ້າສະເໜີ, ສະຖານທູດສືບຕໍ່ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ຫຼາຍກ່ວາອີກ. ປະຊາຄົມພວກເຮົາມີຫຼາຍແລ້ວ ແລະ ຕ້ອງເຂັ້ມແຂງກ່ວາອີກ. ພິເສດ, ຕ້ອງເອົາໃຈໃສ່ສ້າງສະມາຄົມ, ຄະນະ. ພັກ ແລະ ລັດ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ ຫວຽດນາມ ໄດ້. ພວກເຮົານັບມື້ນັບມີເງື່ອນໄຂເພື່ອເບິ່ງແຍງດູແລໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນບັນຫາປົກປ້ອງພົນລະເມືອງ”.

ຕອບກັບ

ຂ່າວ/ບົດ​ອື່ນ