ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບວິສາຫະກິດຄອບຄົວດີເດັ່ນ

(VOVWORLD) -   ປະຈຸບັນ, ວິສາຫະກິດຄອບຄົວ ກວມເອົາ 70% ຈຳນວນວິສາຫະກິດຢູ່ ຫວຽດນາມ, ອີກອັນໜຶ່ງແມ່ນມີກ່ວາ 5 ລ້ານຄອບຄົວດຳເນີນທຸລະກິດສ່ວນຕົວແມ່ນບັນດາວິສາຫະກິດຄບຄົວນ້ອຍທີ່ສຸດ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບວິສາຫະກິດຄອບຄົວດີເດັ່ນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຄະນະຜູ້ແທນວິສາຫະກິດຄອບຄົວດີເດັນຂອງທົ່ວປະເທດ.
(ພາບ:VOV)

     ຕອນຄ່ຳວັນທີ 3 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຄະນະຜູ້ແທນວິສາຫະກິດຄອບຄົວດີເດັນຂອງທົ່ວປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ: ສະພາແຫ່ງຊາດຍາມໃດກໍ່ສະໜັບສະໜູນປະຊາຄົມວິສາຫະກິດ ຄອບຄົວ ຫວຽດນາມ ແລະ ການເຄື່ອນໄຫວຂອງສະພານັກທຸລະກິດຄອບຄົວ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ສະເໜີວ່າ:

        “ບັນດານັກທຸລະກິດ, ພິເສດແມ່ນນັກທຸລະກິດ ທີ່ມີຮຸ້ນສ່ວນ ແລະ ເຂົ້າຮ່ວມບໍລິຫານວິສາຫະກິດຄອບຄົວ ຄວນເອົາໃຈໃສ່ຍົກສູງກຳລັງການບໍລິຫານດຳເນີນທຸລະກິດ, ສ້າງສາ, ຝຶກຝົນຫຼໍ່ຫຼອມຈັນຍາບັນ, ວັດທະນະທຳການດຳເນີນທຸລະກິດ, ນ້ຳໃຈຂອງຊາດ, ມີຄວາມຄາດຫວັງອຸທິດສ່ວນເພື່ອ ຫວຽດນາມ ໝັ້ນຄົງເຂັ້ມແຂງ, ມີຄວາມຮັບຜິດຊອບສັງຄົມ ເພື່ອພັດທະນາແບບຍືນຍົງ ແລະ ສົມເປັນບັນດານັກທຸລະກິດເປັນຕົວແທນໃຫ້ປະເທດ ຫວຽດນາມ ພັດທະນາ, ສີວິໄລ, ມີຄວາມຜາສຸກ. ຄວນຖືຈັນຍາບັນເປັນແກ່ນສານເພື່ອສ້າງວັດທະນະທຳດຳເນີນທຸລະກິດ ຫວຽດນາມ”.

        ປະຈຸບັນ, ວິສາຫະກິດຄອບຄົວ ກວມເອົາ 70% ຈຳນວນວິສາຫະກິດຢູ່ ຫວຽດນາມ, ອີກອັນໜຶ່ງແມ່ນມີກ່ວາ 5 ລ້ານຄອບຄົວດຳເນີນທຸລະກິດສ່ວນຕົວແມ່ນບັນດາວິສາຫະກິດຄບຄົວນ້ອຍທີ່ສຸດ. ວິສາຫະກິດຄອບຄົວກໍ່ແມ່ນແຫຼ່ງສ້າງຖັນແຖວນັກທຸລະກິດເຕີບໃຫຍ່, ເຂັ້ມແຂງຂອງປະເທດຊາດ ແລະ ກໍ່ແມ່ນຮູບແບບດຳເນີນທຸລະກິດຕົ້ນຕໍ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ