ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ

(VOVWORLD) - ປະທານສະພາແຫ່ງຊາດສອງທ່ານໄດ້ເນັ້ນໜັກວ່າ: ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ Samdech Heng Samrin ມາຍັງ ຫວຽດນາມ ແມ່ນການເຄື່ອນໄຫວທາງດ້ານການເມືອງ, ການພົວພັນຕ່າງປະເທດທີ່ສຳຄັນລະຫວ່າງສະພາແຫ່ງຊາດໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ - ảnh 1ປະທານສະພາແຫ່ງຊາດ ສອງປະເທດ ທີ່ການພົບປະເຈລະຈາ

ວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ Samdech Heng Samrin ໄດ້ດຳເນີນການພົບປະເຈເລຈາ, ເຫັນດີເປັນເອກະພາບຫຼາຍເນື້ອໃນຮ່ວມມື. ປະທານສະພາແຫ່ງຊາດສອງທ່ານໄດ້ເນັ້ນໜັກວ່າ: ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ Samdech Heng Samrin ມາຍັງ ຫວຽດນາມ ແມ່ນການເຄື່ອນໄຫວທາງດ້ານການເມືອງ, ການພົວພັນຕ່າງປະເທດທີ່ສຳຄັນລະຫວ່າງສະພາແຫ່ງຊາດໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022 ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ.

        ປະທານສະພາແຫ່ງຊາດສອງທ່ານ ກໍ່ເຫັນດີເປັນເອກະພາບ ທັດສະນະຄວນສືບຕໍ່ເສີມຂະຫຍາຍບົດບາດອົງການນິຕິກຳສອງປະເທດໃນການຊຸກຍູ້ການພົວພັນສອງຝ່າຍ; ຕິດຕາມກວດກາຊຸກຍູ້ບັນດາກະຊວງ, ຂະແໜງການ,ທ້ອງຖິ່ນ, ບັນດາວິສາຫະກິດຕັ້ງໜ້າຜັນຂະຫຍາຍບັນດາສົນທິສັນຍາ, ສັນຍາ, ຂໍ້ຕົກລົງທີ່ລົງນາມແລ້ວໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການຈັດຕັ້ງການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ Samdech Heng Samrin ເຫັນດີເປັນເອກະພາບວ່າ ສອງຝ່າຍຄວນຍູ້ແຮງການຮ່ວມມືຂອງສອງອົງການຊ່ວຍວຽກນັ້ນແມ່ນຄະນະເລຂາທິການສະພາແຫ່ງຊາດ ກຳປູເຈຍ ແລະ ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ. ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ຜັນຂະຫຍາຍການບຳລຸງສ້າງ, ຍົກສູງ, ລົງເລິກ ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການແປພາສາຢູ່ ຫວຽດນາມ ໃຫ້ແກ່ພະນັກງານຄະນະເລຂາທິການສະພາແຫ່ງຊາດ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ