ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ໂອ້​ລົມ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ອິນ​ໂດ​ເນ​ເຊຍ

(VOVWORLD) -  ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ, ຕອນຄ່ຳວັນທີ 4 ສິງຫາ, ຢູ່ສະຖານທູດ ຫວຽດນາມ ປະຈຳ ຈາກາຕາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ແລະ ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອິນໂດເນເຊຍ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ໂອ້​ລົມ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ອິນ​ໂດ​ເນ​ເຊຍ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ  ຖ່າຍຮູບພ້ອມກັບພະນັກງານ ສະຖານທູດ ແລະ ຊາວ ຫວຽດນາມ ອາໄສຢູ່ ອິນໂດເນເຊຍ (ພາບ: VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ປາດຖະໜາວ່າ ພະນັກງານສະຖານທູດ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ ຈະສືບຕໍ່ເປັນຂົວຕໍ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດ, ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ ຢູ່ ອິນໂດເນເຊຍ, ພ້ອມທັງແຜ່ຂະຫຍາຍພາບພົດກ່ຽວກັບປະເທດຊາດ ແລະ ປະຊາຊົນ ອິນໂດເນເຊຍ ໃຫ້ແກ່ປະຊາຊົນ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ອົງການການຄ້າສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດເຄື່ອນໄຫວລົງທຶນ, ດຳເນີນທຸລະກິດເປັນຢ່າງດີທີ່ສຸດ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ໂອ້​ລົມ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ອິນ​ໂດ​ເນ​ເຊຍ - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າພົບປະກັບທ່ານນາງ Megawati Sukarnoputri, ປະທານພັກປະຊາທິປະໄຕ ອິນໂດເນເຊຍ ຕໍ່ສູ້ (PDI-P), ອະດິດປະທານາທິບໍດີ ອິນໂດເນເຊຍ (ພາບ: quochoi.vn)
     ກ່ອນໜ້ານັ້ນ, ຕອນບ່າຍວັນທີ 4 ສິງຫາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າພົບປະກັບທ່ານນາງ Megawati Sukarnoputri, ປະທານພັກປະຊາທິປະໄຕ ອິນໂດເນເຊຍ ຕໍ່ສູ້ (PDI-P), ອະດິດປະທານາທິບໍດີ ອິນໂດເນເຊຍ.

ເລຕວຽດ


ຕອບກັບ

ຂ່າວ/ບົດ​ອື່ນ