ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ກູບາ, ອັກຊັງຕິນ ແລະ ສ. ອຸຣູກວາຍ ຕາເວັນອອກ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະກ່າວຄຳເຫັນທີ່ສະພາແຫ່ງຊາດ ກູບາ ໃນວັນທີ 19 ເມສາ, ໃນນັ້ນ ຈະຢັ້ງຢືນຄືນໃໝ່ຄວາມສາມັກຄີກັບປະຊາຊົນ ກູບາ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ກູບາ, ອັກຊັງຕິນ ແລະ ສ. ອຸຣູກວາຍ ຕາເວັນອອກ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ
(ພາບ:Doãn Tấn/TTXVN)

ການຢ້ຽມຢາມ 3 ປະເທດ ອາເມລິກາ ລາຕິນ  ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ່າງເປັນທາງການຖືກດຳເນີນແຕ່ວັນທີ 18 – 28 ເມສາ, ດ້ວຍການຢ້ຽມຢາມທຳອິດແມ່ນປະເທດ ກູບາ.

        ຕາມທ່ານ ຫວູຫາຍຮ່າ, ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ  ແລ້ວ, ຄາດວ່າ, ໃນການຢ້ຽມຢາມ ກູບາ, ການນຳສະພາແຫ່ງຊາດສອງປະເທດ ຈະລົງນາມຂໍ້ຕົກລົງກ່ຽວກັບການສ້າງກົນໄກຮ່ວມມືລັດຖະສະພາລະຫວ່າງສອງສະພາແຫ່ງຊາດ, ເພື່ອແນໃສ່ເພີ່ມທະວີການແລກປ່ຽນບົດຮຽນໃນການເຄື່ອນໄຫວກໍ່ຄືການໜູນຊ່ວຍເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ; ສົມທົບກັນຊຸກຍູ້ການຕິດຕາມບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ, ຜ່ານນັ້ນນຳການພົວພັນລະຫວ່າງ ຫວຽດນາມ ແລະ ກູບາ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

        ຄາດວ່າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະກ່າວຄຳເຫັນທີ່ສະພາແຫ່ງຊາດ ກູບາ ໃນວັນທີ 19 ເມສາ, ໃນນັ້ນ ຈະຢັ້ງຢືນຄືນໃໝ່ຄວາມສາມັກຄີກັບປະຊາຊົນ ກູບາ; ແບ່ງປັນກັບບັນດາບົດຮຽນຈາກພຶດຕິກຳຕົວຈິງໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ; ຢັ້ງຢືນສອງປະເທດຈະພ້ອມກັນຮຽງບ່າຮຽບໄຫຼ່ເພື່ອເອກະລາດ, ເສລີພາບ, ສັນຕິພາບ ແລະ ການພັດທະນາຢູ່ແຕ່ລະປະເທດ.

        ກ່ຽວຂ້ອງເຖິງການຢ້ຽມຢາມ ກູບາ, ອັກຊັງຕິນ ແລະ ສ ອຸຣູກວາຍ ຕາເວັນອອກຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ວັນທີ 16 ເມສາ, ໜັງສືພິມລາຍວັນຝ່າຍຊ້າຍໃຫຍ່ສຸດຂອງ ເມກຊີໂກ La Jornada ໄດ້ໃຫ້ຂໍ້ສັງເກດວ່າ: ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະແດງຢ່າງຈະແຈ້ງຄຳໝັ້ນສັນຍາ, ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ໃນການເພີ່ມທະວີການພົວພັນຫຼາຍດ້ານກັບ 3 ປະເທດນີ້, ບໍ່ພຽງແຕ່ຜ່ານທາງການພົວພັນລັດຖະສະພາເທົ່ານັ້ນ ຫາກຍັງນອນໃນນະໂຍບາຍການຕ່າງປະເທດສັງລວມຂອງ ຫວຽດນາມ ອີກດ້ວຍ. ໜັງສືພິມລາຍວັນແອັດສະປາຍ ມີຈຳນວນຜູ້ອ່ານຫຼາຍອັນດັບທີ 7 ໃນພາກພື້ນໄດ້ຊີ້ແຈ້ງວ່າ: ການພົວພັນມິດຕະພາບ ແລະ ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາເມລິກາ ລາຕິນ ແມ່ນເລິ່ມມາຈາກການແບ່ງປັນຫຼາຍຈຸດຄ້າຍຄືກັນໃນປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ.

        ໜັງສືພິມ Regeneración ຂອງ ເມກຊີໂກ ໄດ້ຫວນຄືນປະຫວັດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍ່ຄືບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດ - ສັງຄົມ…

ຕອບກັບ

ຂ່າວ/ບົດ​ອື່ນ