ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ບຸນ​ເຕັດ​ ຢູ່​ແຂວງ ບາກ​ລຽວ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ພັກ, ລັດ ກໍ່ຄືສະພາແຫ່ງຊາດ, ລັດຖະບານໃນລັດຖະນະໂຍບາຍຂອງຕົນ ຍາມໃດກໍ່ສຸຊົນພັດທະນາເສດຖະກິດ - ສັງຄົມເພື່ອແນໃສ່ເປົ້າໝາຍອັນສູງສຸດແມ່ນເບິ່ງແຍງດູແລປະຊາຊົນ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ບຸນ​ເຕັດ​ ຢູ່​ແຂວງ ບາກ​ລຽວ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະມອບຂອງຂວັນໃຫ້ແກ່ຜູ້ທຸກຍາກ
(ພາບ: daibieunhandan.vn)

ເນື່ອງໃນໂອກາດຕົ້ນປີໃໝ່ 2024 ແລະ ກະກຽມຕ້ອນຮັບບຸນເຕັດປີມະໂລງ, ຕອນບ່າຍວັນທີ 25 ມັງກອນ, ຢູ່ແຂວງ ບາກລຽວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ມອບຂອງຂວັນບຸນເຕັດ ໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ກຳມະກອນ, ຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ບາກລ້ຽວ; ຢ້ຽມຢາມອວຍພອນບຸນເຕັດກຳລັງປະກອບອາວຸດຂອງ ແຂວງບາກລຽວ.

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ພັກ, ລັດ ກໍ່ຄືສະພາແຫ່ງຊາດ, ລັດຖະບານໃນລັດຖະນະໂຍບາຍຂອງຕົນ ຍາມໃດກໍ່ສຸຊົນພັດທະນາເສດຖະກິດ - ສັງຄົມເພື່ອແນໃສ່ເປົ້າໝາຍອັນສູງສຸດແມ່ນເບິ່ງແຍງດູແລປະຊາຊົນ. ກ່ຽວກັບໜ້າທີ່ຂອງທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ສະເໜີວ່າ:

ຕ້ອງກະກຽມບັນດາເງື່ອນໄຂທີ່ດີທີ່ສຸດ ເພື່ອຮັບໃຊ້ປະຊາຊົນໃນການຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊືນ, ປອດໄສ, ປອດໄພ, ປະຢັດ. ສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລ ເຖິງບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ… ພ້ອມທັງ, ແລກປ່ຽນ, ຮັບຟັງຄຳເຫັນຂອງປະຊາຊົນ, ຜູ້ອອກແຮງງານ ເປັນປະຈຳ, ຄົ້ນຄ້ວາ, ສ້າງບັນດາກົນໄກ, ນະໂຍບາຍເພື່ອໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ແຕ່ລະຄອບຄົວ, ປະຊາຊົນ ແຕ່ລະຄົນພັດທະນາການທຳມາຫາກິນ.

ຕອບກັບ

ຂ່າວ/ບົດ​ອື່ນ