ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລົງເຮັດວຽກກັບການນຳແຂວງ ບິ່ງດິ້ງ

(VOVWORLD) -ໂດຍສືບຕໍ່ການລົງໄປປະຕິບັດງານຢູ່ ບັນດາແຂວງເຂດແຄມທະເລຕອນໃຕ້ພາກກາງ, ໃນວັນທີ 4ມີນາ, ຢູ່ນະຄອນ ກຸຍເຍີນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນສູນກາງ ໄດ້ມີການເຮັດວຽກກັບຄະນະປະຈຳພັກແຂວງບິ່ງດີ້ງ.
    ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລົງເຮັດວຽກກັບການນຳແຂວງ ບິ່ງດິ້ງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ທີ່ການເຮັດວຽກ

     ຕາມທ່ານປະທານສະພາແຫ່ງຊາດແລ້ວ, ການວາງແຜນກຳນົດແຂວງ ບິ່ງດິ້ງ ໄດ້ຮັບການອະນຸມັດຜ່ານ ດ້ວຍວິໄສທັດໃໝ່ເພື່ອກາຍເປັນສູນກາງເສດຖະກິດທະເລ ແລະ ທ່າກຳປັ່ນ; ສູນກາງວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ ແລະ ປັນຍາປະດິດທີ່ສຳຄັນຂອງປະເທດ; ສູນກາງທ່ອງທ່ຽວທີ່ສໍາຄັນຂອງປະເທດ, ສູນກາງເຊື່ອມຕໍ່ຕອນເຫນືອພາກກາງແລະເຂດແຄມທະເລພາກກາງ; ເຂດໄຕງວຽນ ແລະ ແລວເສດຖະກິດຕາເວັນອອກ - ຕາເວັນຕົກ... ສະນັ້ນ, ບິ່ງດິ້ງ ຕ້ອງກຳແໜ້ນຈຸດໝາຍນີ້ຢ່າງຈະແຈ້ງ, ພ້ອມກັນນັ້ນ, ທັງສູນກາງ, ສະພາແຫ່ງຊາດ, ລັດຖະບານ ກໍ່ສ້າງເງື່ອນໄຂທາງດ້ານກົນໄກນະໂຍບາຍ ແລະ ການຈັດແບ່ງແຫຼ່ງກຳລັງ.

     ໃນການພັດທະນາການທ່ອງທ່ຽວ, ແຂວງຕ້ອງຜູກມັດການທ່ອງທ່ຽວກັບວັດທະນະທໍາຢ່າງໜັກແໜ້ນ, ຈັດຕັ້ງຫຼາຍເຫດການວັດທະນະທໍາ ແລະ ກິລາລະດັບສາກົນ.

    ໃນຂອບເຂດການຢ້ຽມຢາມແຂວງ ບິ່ງດິ້ງ, ທ່ານປະທານສະພາແຫ່ງຊາດ ວືອງດິ່ງເຫວະ ຍັງໄດ້ຖະຫວາຍທູບທຽນ ແລະ ຈູດທູບທຽນອາໄລຫາ ນັກວິລະຊົນແຫ່ງຊາດ, ເຈົ້າຊີວິດ ກວາງຈູງ - ຫງວຽນເຫ້ວ.

    

ຕອບກັບ

ຂ່າວ/ບົດ​ອື່ນ