ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ສືບຕໍ່ຍົກສູງປະສິດທິຜົນຂອງວຽກງານຕິດຕາມກວດກາ

(VOVWORLD) - ແນວທາງຂອງພັກກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ສືບຕໍ່ຍົກສູງປະສິດທິຜົນຂອງວຽກງານຕິດຕາມກວດກາ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ທີ່ກອງປະຊຸມ (ພາບ:VOV )

ຕອນເຊົ້າວັນທີ 27 ກັນຍາ, ທີ່ສຳນັກງານສະພາແຫ່ງຊາດ, ຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍໂຄງການຕິດຕາມກວດກາຂອງ ສະພາແຫ່ງຊາດປີ 2023, ທີ່ໄດ້ຮັບການເຊື່ອມຕໍ່ກັບ 49 ຄະນະສະມາຊິກສະພາແຫ່ງຊາດບັນດາແຂວງ, ນະຄອນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ, ບັນດາອົງການຂອງສະພາແຫ່ງຊາດ, ອົງການທີ່ກ່ຽວຂ້ອງກຳນົດເລື່ອງຍົກສູງປະສິດທິຜົນການເຄື່ອນໄຫວຕິດຕາມກວດກາແມ່ນເນື້ອໃນສຳຄັນ, ຂອດຫຼັກແຫຼ່ງໃນວິວັດການປ່ຽນແປງໃໝ່ຂອງອົງການ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ຫວຽດນາມ ຕາມທັດສະນະ, ແນວທາງຂອງພັກກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວວ່າ:

        “ເພີ່ມທະວີການຕິດຕາມກວດກາຂອງສະພາແຫ່ງຊາດໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ຟູມເຟືອຍ ຕາມທິດ: ຜັນຂະຫຍາຍບັນດາການເຄື່ອນໄຫວຕິດຕາມກວດກາຄືການຊັກຖາມ, ຕິດຕາມຫົວເລື່ອງສະເພາະ, ຕິດຕາມບັນດາເອກະສານນິຕິກຳ, ຕິດຕາມແກ້ໄຂຄຳຮ້ອງທຸກການກ່າວຟ້ອງຂອງພົນລະເມືອງ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດຕ້ອງເອົາໃຈໃສ່ເນື້ອໃນການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ການຟຸມເຟືອຍ, ກຳນົດວ່ານີ້ແມ່ນໜ້າທີ່ປະຈຳ, ສຳຄັນ ແລະ ໄດ້ດຳເນີນຢ່າງຮອບດ້ານ, ເປີດເຜີຍ, ມີຈຸດສຸມ; ສຸມໃສ່ເຂົ້າໃນບັນດາຂົງເຂດທີ່ເຄີຍເກີດປະກົດການຫຍໍ້ທໍ້, ຫາງສຽງໄດ້ສົນໃຈກ່ຽວກັບການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ຊຸດໂຊມແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ.”

ຕອບກັບ

ຂ່າວ/ບົດ​ອື່ນ