ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ສ້າງແຂວງ ຫວີງຟຸກ ໃຫ້ທັນສະໄໝ, ຍືນຍົງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະແດງຄວາມຊົມເຊີຍຕໍ່ຜົນງານຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫວີງຟຸກ ຍາດມາໄດ້ຜ່ານໄລຍະຕ່າງໆ. ທ່ານປະທານສະພາແຫ່ງຊາດ ຖືວ່າ: ຕໍ່ໜ້າກາລະໂອກາດໃຫຍ່ ແລະ ຊາຕາກຳໃໝ່...
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ສ້າງແຂວງ ຫວີງຟຸກ ໃຫ້ທັນສະໄໝ, ຍືນຍົງ - ảnh 1

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ພິທີ (ພາບ:Doãn Tấn/TTXVN)

ຕອນເຊົ້າວັນທີ 3 ກຸມພາ, ຢູ່ນະຄອນ ຫວີງອຽນ, ແຂວງ ຫວີງຟຸກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2023), 60 ປີແຫ່ງວັນ ປະທານໂຮ່ຈີມິນ ມາຢ້ຽມຢາມແຂວງ ຫວີງຟຸກ (2 ມີນາ 1963 – 2 ມີນາ 2023).

        ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະແດງຄວາມຊົມເຊີຍຕໍ່ຜົນງານຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫວີງຟຸກ ຍາດມາໄດ້ຜ່ານໄລຍະຕ່າງໆ. ທ່ານປະທານສະພາແຫ່ງຊາດ ຖືວ່າ: ຕໍ່ໜ້າກາລະໂອກາດໃຫຍ່ ແລະ ຊາຕາກຳໃໝ່, ບົນພື້ນຖານຜົນງານອັນໃຫຍ່ຫຼວງຂອງ 60 ປີຜ່ານມາ, ແຂວງ ຫວີງຟຸກ ສືບຕໍ່ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງກ່ວາເກົ່າ ເພື່ອນັບມື້ນັບພັດທະນາ:

        “ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ນັບມື້ນັບໃຫຍ່ຫຼວງນັ້ນ, ການປະຕິບັດໜ້າທີ່ການເມືອງຂອງແຂວງ ຫວີງຟຸກ ໃນສະໄໝໃໝ່ຕ້ອງປ່ຽນແປງໃໝ່, ປະດິດຄິດສ້າງ, ກ້າຄິດກ້າທຳ, ກ້າຮັບຜິດຊອບ, ຄວາມຄາດຫວັງຢາກຮັ່ງມີ, ຮຸ່ງເຮືອງສີວິໄລຕ້ອງເຊື່ອມຊຶມເຂົ້າຄວາມຮັບຮູ້ ແລະ ການກະທຳຂອງແຕ່ລະສຳນັກງານ, ອົງການ, ກົມກອງຂອງພະນັກງານ, ນັກຮົບ, ປະຊາຊົນແຕ່ລະຄົນ ແລະ ທົ່ວລະບົບການເມືອງຂອງແຂວງ ຫວີງຟຸກ. ສ້າງກຳລັງແຮງສັງລວມ ແລະ ກຳລັງໜູນໃໝ່ເພື່ອພັດທະນາບຸກທະລຸ, ໄວ, ຍືນຍົງໃນຊຸມປີຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ