ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ​ການ​ສ້າງ​ຕັ້ງເທດ​ສະ​ບານ ຫວຽດ​ອຽນ, ບັກ​ຢາງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກເຖິງການສ້າງຕັັ້ງເທດສະບານ ຫວຽດອຽນ ແມ່ນປະຖົມປັດໄຈສຳຄັນ ເພື່ອຊຸກຍູ້ເສດຖະກິດພັດທະນາ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງ ປະຊາຊົນ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ​ການ​ສ້າງ​ຕັ້ງເທດ​ສະ​ບານ ຫວຽດ​ອຽນ, ບັກ​ຢາງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ກ່າວຄຳເຫັນທີ່ພິທີ 

ຕອນຄ່ຳວັນທີ 18 ມັງກອນ, ຢູ່ສະໜາມຫຼວງ ເທິນເຍິນຈຸງ (ຫວຽດອຽນ, ບັກຢາງ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມພິທີປະກາດມະຕິຂໍ້ຕົກລົງຂອງ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສ້າງຕັ້ງ ເທດສະບານ ຫວຽດອຽນ ແລະ ບັນດາຕາແສງຂຶ້ນກັບເທດສະບານ ຫວຽດອຽນ, ແຂວງ ບັກຢາງ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກເຖິງການສ້າງຕັັ້ງເທດສະບານ ຫວຽດອຽນ ແມ່ນປະຖົມປັດໄຈສຳຄັນ ເພື່ອຊຸກຍູ້ເສດຖະກິດພັດທະນາ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງ ປະຊາຊົນ. ເຫດການຍັງມີຄວາມໝາຍປະຫວັດສາດ, ສ້າງຂີດໝາຍແຫ່ງການພັດທະນາໃໝ່ຂອງແຂວງ ບັກຢາງ ບົນເສັ້ນທາງແຫ່ງການພັດທະນາ ແລະ ເຊື່ອມໂຍງ, ຍູ້ແຮງພາລະກິດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ:

ຈົ່ງສືບຕໍ່ເສີມຂະຫຍາຍກຳລັງແຮງພາຍໃນ, ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທ້ອງຖິ່ນ, ຂຸດຄົ້ນທ່າໄດ້ປຽບກ່ຽວກັບພູມີສາດ, ທັດສະນີຍະພາບປະຫວັດສາດ - ວັດທະນະທຳຢ່າງສຸດຂີດ, ມານະພະຍາຍາມສູ້ຊົນ, ເປັນເຈົ້າການກຳແໜ້ນກາລະໂອກາດ, ຜ່ານຜ່າສິ່ງທ້າທາຍເພື່ອນຳເທດສະບານ ຫວຽດອຽນພັດທະນາໂດຍໄວ ແລະ ຍືນຍົງ. ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງວິສາຫະກິດ, ວິທະຍາສາດ - ເຕັກໂນໂລຢີ ເພື່ອພັດທະນາເສດຖະກິດ - ສັງຄົມ.

ທ່ານປະທານສະພາແຫ່ງຊາດ ໃສ່ໃຈວ່າ ອຳນາດການປົກຄອງແຂວງ ບັກຢາງ ຄວນເອົາໃຈໃສ່ເປັນພິເສດເຖິງວຽກງານສ້າງແຜນການ ແຜນຮ່ວມສັບຊ້ອນຫົວໜ່ວຍບໍລິຫານ, ຮັບປະກັນໃຫ້ເໝາະສົມກັບການວາງແຜນຜັງ, ຕອບສະໜອງບັນດາມາດຖານກ່ຽວກັບເນື້ອທີ່ທຳມະຊາດ, ຂອບຂະໜາດປະຊາກອນ, ຄຸນນະພາບຕົວເມືອງ ສຳລັບບັນດາຫົວໜ່ວຍບໍລິຫານທີ່ໄດ້ຮັບການສ້າງຕັ້ງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ