ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ​ເຈ​ລະ​ຈາ ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ກົດ​ດີ​ວົວ

(VOVWORLD) - ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບ ອາບຟຼິກກາ ເປັນສຳຄັນ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ​ເຈ​ລະ​ຈາ ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ກົດ​ດີ​ວົວ - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo

ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ທີ່ພວມມີການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 13 – 16 ມິຖຸນາຢ່າງສົມກຽດ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ດຳເນີນການເຈລະຈາ.

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບ ອາບຟຼິກກາ ເປັນສຳຄັນ, ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນບັນດາມາດຕະການເພື່ອແນໃສ່ນຳການພົວພັນເຂົ້າສູ່ລວງເລິກ, ແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຊ່ອງທາງ, ສືບຕໍ່ເພີ່ມທະວີການສົມທົບກັນໃນບັນດາອົງການຈັດຕັ້ງສາກົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ບັນດາປະເພດສິນຄ້າທີ່ເປັນທ່າແຮງຂອງແຕ່ລະປະເທດແຊກຊືມເຂົ້າຕະຫຼາດຂອງກັນ.

 ສ່ວນທ່ານ ປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ຫວັງວ່າສອງຝ່າຍຈະຄົ້ນຄ້ວາເພື່ອເປີດສາຍການບິນໂດຍກົງ ຫວຽດນາມ - ກົດດີວົວ ແລະ ກົງກັນຂ້າມ, ສະເໜີຫວຽດນາມຊ່ວຍພັດທະນາບຳລຸງສ້າງວິຊາຊີບໃຫ້ແກ່ຊາວໜຸ່ມ ກົດດີວົວ, ປະກອບສ່ວນແກ້ໄຂບັນຫາວາງງານ, ເປັນຕົ້ນແມ່ນໃນຂົງເຂດຄອບພິວເຕີ, ກົນຈັກ, ເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ