ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ, ຄາດວ່າ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຈະມີການພົບປະ, ເຈລະຈາ, ເຂົ້າຢ້ຽມຂ່ຳນັບບັນດາການນຳຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ ລາວ, ພ້ອມກັນແລກປ່ຽນບາງທິດທາງ, ມາດຕະການເພີ່ມທະວີການຮ່ວມມື ຫວຽດນາມ - ລາວ ໃນໄລຍະຈະມາເຖິງ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ - ảnh 1ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ສະໜາມບິນ

 

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແລະ ທ່ານປະທານສະພາຜູ້ແທນລາຊະດອນ ໄທ ວັນ ມູຫະມັດ ນໍ ມະທາ, ຕອນເຊົ້າວັນທີ 4 ທັນວາ, ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ໄປເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1, ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 4 – 7 ທັນວາ 2023; ຢ້ຽມຢາມ ລາຊະອານາຈັກ ໄທ ແຕ່ວັນທີ 7 – 10 ທັນວາ 2023.

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ, ຄາດວ່າ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຈະມີການພົບປະ, ເຈລະຈາ, ເຂົ້າຢ້ຽມຂ່ຳນັບບັນດາການນຳຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ ລາວ, ພ້ອມກັນແລກປ່ຽນບາງທິດທາງ, ມາດຕະການເພີ່ມທະວີການຮ່ວມມື ຫວຽດນາມ - ລາວ ໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະພົບປະກັບອະດີດນັກຮຽນ, ນັກສຶກສາ ລາວ ທີ່ເຄີຍຮ່ຳຮຽນຢູ່ຫວຽດນາມ, ປະຊາຄົມວິສາຫະກິດ ແລະ ຊາວ ຫວຽດນາມ ຢູ່ລາວ ແລະ ການເຄື່ອນໄຫວສຳຄັນອື່ນໆອີກ.

        ໃນຂະນະນັ້ນ, ທີ່ການຢ້ຽມຢາມ ລາຊະອານາຈັກ ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຢ່າງມີປະສິດທິຜົນ, ແທດຈິງລະຫວ່າງ ຫວຽດນາມ - ໄທໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ