ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ແຂວງ ຝູອຽນ ຕ້ອງນຳໃຊ້ທ່າໄດ້ປຽບເພື່ອພັດທະນາແຂງແຮງກ່ວາອີກ

(VOVWORLD) - ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ແຂວງ ຝູອຽນ ແມ່ນໜຶ່ງໃນບັນດາແຂວງແຄມທະເລພາກກາງ ດ້ວຍຫຼາຍປັດໄຈເປັນເອກະລັກສະເພາະ, ມີທີ່ຕັ້ງສຳຄັນທີ່ສຸດ
   ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ແຂວງ ຝູອຽນ ຕ້ອງນຳໃຊ້ທ່າໄດ້ປຽບເພື່ອພັດທະນາແຂງແຮງກ່ວາອີກ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກຢູ່ແຂວງ ຝູອຽນ
(ພາບ:TTXVN)


ດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງ ເຂດແຄມທະເລຕອນໃຕ້ພາກກາງ, ຕອນບ່າຍວັນທີ 2 ມີນາ, ຢູ່ຫ້ອງການຄະນະພັກແຂວງ ຝູອຽນ ທີ່ນະຄອນ ຕຸຍຮ່ວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ຝູອຽນ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ແຂວງ ຝູອຽນ ແມ່ນໜຶ່ງໃນບັນດາແຂວງແຄມທະເລພາກກາງ ດ້ວຍຫຼາຍປັດໄຈເປັນເອກະລັກສະເພາະ, ມີທີ່ຕັ້ງສຳຄັນທີ່ສຸດ, ເປັນບ່ອນເຊື່ອມຕໍ່ລະຫວ່າງເຂດໄຕງວຽນ ແລະ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ໃກ້ກັບເສັ້ນທາງທະເລສາກົນ, ມີທ່າກ່ຳປັ່ນນ້ຳເລິກ. ແຂວງມີຫຼາຍເງື່ອນໄຂເພື່ອພັດທະນາອຸດສາຫະກຳກຳລັງໜູນ...

ທ່ານປະທານສະພາແຫ່ງຊາດ ຕັກເຕືອນວ່າ: ແຂວງ ຝູອຽນ ຕ້ອງນຳໃຊ້ທ່າໄດ້ປຽບເພື່ອພັດທະນາຢ່າງແຮງກ່ວາອີກ. ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງກວດກາຄັນຄູຕ້ານການເຊາະເຈືອນ ຢູ່ແຄມທະເລ ຊ໋ອມໂຣ໋, ນະຄອນ ຕຸຍຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ