ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຮັດ​ວຽກ​ກັບ​ແຂວງ ດັກ​ລັກ

(VOVWORLD) - ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ສະພາປະຊາຊົນຊຸດທີ X, ອາຍຸການ 2021 – 2026. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຮັດ​ວຽກ​ກັບ​ແຂວງ ດັກ​ລັກ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ສະພາປະຊາຊົນແຂວງ ດັກລັກ ຊຸດທີ X ຈົ່ງສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນໃຫ້ຫຼາຍກວ່າອີກ

 ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ສະມາຊິກສະພາປະຊາຊົນ ຄວນເສີມຂະຫຍາຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຕັ້ງໜ້າປ່ຽນແປງໃໝ່ໃນການເຄື່ອນໄຫວກວດກາ, ຕິດຕາມກວດກາ, ຊັກຖາມ, ພົບປະກັບຜູ້ມີສິດເລືອກຕັ້ງ, ຕ້ອນຮັບພົນລະເມືອງ ແລະ ປະກອບຄຳຄິດເຫັນແກ່ການສ້າງກົດໝາຍ.

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ສະພາປະຊາຊົນແຂວງ ດັກລັກ ຊຸດທີ X ຈົ່ງສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນໃຫ້ຫຼາຍກວ່າອີກ; ພ້ອມທັງເຊື່ອໝັ້ນວ່າ ດັກລັກ ຈະກາຍເປັນໜຶ່ງໃນບັນດາທ້ອງຖິ່ນທີ່ມີການເຕີບໂຕເສດຖະກິດ, ມີຄວາມດູດດື່ມ ແລະ ແຜ່ກະຈາຍ ໃນເຂດເສດຖະກິດຢູ່ ເຕີຍງວຽນ, ມຸ່ງໄປເຖິງວິໄສທັດກາຍເປັນໃຈກາງຂອງເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ແລະ ອະນຸພາກພື້ນແມ່ນ້ຳຂອງ.

        ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຢູ່ ແຂວງ ດັກລັກ.


 

ຕອບກັບ

ຂ່າວ/ບົດ​ອື່ນ