ປະທານສະພາແຫ່ງຊາດ ແຝງລັງ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ Jussi Halla-aho ຢູ່ນອກພາກພື້ນ ເອີລົບ, ນັບແຕ່ທ່ານຮັບດຳລົງຕຳແໜ່ງ (ເດືອນ ມິຖຸນາ 2023)
ປະທານສະພາແຫ່ງຊາດ ແຝງລັງ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານປະທານສະພາແຫ່ງຊາດ ແຝງລັງ Jussi Halla-aho ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ
(ພາບ: TTXVN)

        ຕອນຄ່ຳວັນທີ 26 ມີນາ, ທ່ານປະທານສະພາແຫ່ງຊາດ ແຝງລັງ Jussi Halla-aho ພ້ອມກັບຄະນະຜູ້ແທນ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 24 – 26 ມີນາ, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

        ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ Jussi Halla-aho ຢູ່ນອກພາກພື້ນ ເອີລົບ, ນັບແຕ່ທ່ານຮັບດຳລົງຕຳແໜ່ງ (ເດືອນ ມິຖຸນາ 2023) ແລະ ພຽງແຕ່ມາຢ້ຽມຢາມ ຫວຽດນາມ, ບໍ່ສົມທົບກັບການຢ້ຽມຢາມປະເທດອື່ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງພິເສດຂອງ ຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງ ແຝງລັງ, ກໍຄືສາຍພົວພັນມິດຕະພາບອັນດີງາມລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ. ພ້ອມກັນນັ້ນ, ການຢ້ຽມຢາມກໍ່ແມ່ນການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ແຝງລັງ (1973 – 2023).

ຕອບກັບ

ຂ່າວ/ບົດ​ອື່ນ