ປະທານສະພາແຫ່ງຊາດກຳປູເຈຍ ສິ້ນສຸດການ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາແຫ່ງຊາດກຳປູເຈຍ ສິ້ນສຸດການ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
(ທ່ານປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ)

(vovworld) – ຕອນ​ບ່າຍ​ວັນ​ທີ 20/08, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​​ລາຊະ​ອານາຈັກ​ກຳປູ​ເຈຍ Samdech Akka Moha Ponhea Chakrei Heng Samrin ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢ້າມຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ​ແຕ່​ວັນ​ທີ 18 – 20/08, ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ໄດ້​ມີ​ການ​ເຈ​ລະ​ຈາ, ພົບ​ປະ​ເຈລະຈາ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ​ຫວຽດນາມ. ທີ່​ບັນດາ​ການ​ພົບ​ປະ, ການ​ນຳ​ຫວຽດນາມ ສືບ​ຕໍ່​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດ​ອັນ​ດັງ​ໜຶ່ງ​ໃຫ້​ແກ່​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ຄວາມ​ສາມັກຄີ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ, ຖື​ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າຂອງ 2 ຊາດ, ຕ້ອງ​ໄດ້​ຮັບ​ການ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ສືບ​ທອດ​ໃຫ້​ລຸ່ນຫຼັງ ​ເພື່ອການ​ພັດທະນາວັດທະນາ​ຖາວອນຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ​ເອກະລາດ​ຊົນ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ສັງຄົມ​ຢູ່ໃນ​ໂລກ. 2 ຝ່າຍ​ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ, ​ແລກປ່ຽນບົດຮຽນ​ໃນ​ຂົງ​ເຂດ​ນິຕິ​ບັນຍັດ, ຕິດຕາມ​ກວດກາ ​ແລະ ຕັດສິນບັນດາ​ບັນຫາ​ໃຫຍ່​ຂອງ​ປະ​ເທດ​ຊາດ; ຕັ້ງ​ໜ້າ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ສົນທິສັນຍາ, ສັນຍາ, ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຮັດ​ໃຫ້​ການ​ພົວພັນ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ເລິກ​​ເຊິ່ງຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ