ປະທານສະພາແຫ່ງຊາດກຳປູເຈຍ ສີ້ນສຸດການຢ້ຽມຢາມສັດຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ

ປະທານສະພາແຫ່ງຊາດກຳປູເຈຍ ສີ້ນສຸດການຢ້ຽມຢາມສັດຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ - ảnh 1

ທ່ານປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Samdech Heng Samrin ​
ເຂົ້າຢ້ຽມ​ສຸສານ​ລຸງ​ໂຮ່

(ພາບ:vietnamplus.vn)​

( vovworld ) – ຕອນ​ເຊົ້າ​ວັນ​ທີ 25/7, ທ່ານປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Samdech Heng Samrin ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນສູງສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສີ້​ນສຸດ​ການ​ຢ້ຽມຢາມ​ສັດ​ຖະວະ​ໄມຕີຫວຽດນາມ ຢ່າງ​ເປັນ​ທາງ​ການຢ່າງ​ຈົບງາມ ​ແຕ່​ວັນ​ທີ 20-25/7, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung. ທີ່ການພົບ​ປະ, ​ເຈລະຈາຄັ້ງຕ່າງໆ​ລະຫວ່າງ​ການ​ນຳ​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ ກັບ​ປະທານ​ສະພາ​ແຫ່ງ​ຊາດ​ລາຊະ​ອານາ​ຈັດ​ກຳປູ​ເຈຍ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງສະພາ​ແຫ່ງ​ຊາດ​ກຳປູ​ເຈຍ, ສອງ​ຝ່າຍ​ໄດ້​ຢືນຢັນ​ວ່າ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ຕັດສິນ​ໃຈ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ກຳປູ​ເຈຍ​ໃຫ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ພ້ອມ​ກັນນັ້ນ ປະກອບສ່ວນ​ເພື່ອ​ພາລະກິດ​ສັນຕິພາບ, ການ​ຮ່ວມ​ມື, ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຈະ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ກ່ວາ​ອີກ, ປະກອບສ່ວນ​ເຂົ້າ​ໃນການ​ພັດທະນາ​ລວມຂອງ​ສາຍ​ພົວພັນ​ສອງ​ປະ​ເທດ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Samdech Heng Samrin ​ແລະ ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ