ປະທານສະພາແຫ່ງຊາດກຳປູເຈຍຕ້ອນຮັບຄະນະຜູ້ແທນຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈີມິນ

ປະທານສະພາແຫ່ງຊາດກຳປູເຈຍຕ້ອນຮັບຄະນະຜູ້ແທນຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈີມິນ - ảnh 1
ທ່ານ Samdech Heng Samrin, ປະ​ທານ​ສະ​ພາ​ແຫ່ງ​ຊາດ
ທັງ​ເປັນ​ປະ​ທານ​ແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​​ກຳ​ປູ​ເຈຍ
(ພາບ​ປະ​ກອບ: TTXVN)

(vovworld)- ​ໃນ​ວັນ​ທີ 27/10, ທ່ານ Samdech Heng Samrin, ປະ​ທານ​ສະ​ພາ​ແຫ່ງ​ຊາດ ທັງ​ເປັນ​ປະ​ທານ​ແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​​ກຳ​ປູ​ເຈຍ ໄດ້ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປ​ະ​ເທດ​ຊາດ​ຫວຽດ​ນາມ​ ນະ​ຄອນ​ໂຮ່​ຈີ​ມິນ ໂດຍ​ທ່ານ ໂດ໋​ຈຸງ​ຕີ໋ນ ຮອງ​ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ ເປັນ​ຫົວ​ໜ້າ​ຄະ​ນະ, ​ທີ່ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ນະ​ຄອນ Phnom Penh (ລະ​ຫວ່າງວັນ​ທີ 26-29/10). ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ຕ້ອນ​ຮັບ,  ທ່ານ Samdech Heng Samrin ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພັກ, ລັດ​ຖະ​ບານ ແລະ​ ປະ​ຊາ​ຊົນ​ຫວຽດ​ນາມ ທີ່​ໄດ້ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ​ຢ່າງ​ຈິງ​ໃຈ ໃນ​ໄລ​ຍະ​ຜ່ານ​ມາ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ປະ​ຊາ​ຊົນ​ສອງ​ປະ​ເທດ​ກຳ​ປູ​ເຈຍ-ຫວຽດ​ນາມ ມີ​ມູນ​ເຊື້ອ​ການສະ​ໜັບ​ສະ​ໜູນ, ສາ​ມັກ​ຄີ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ, ເພື່ອ​ພື້ນ​ຖານ​​ເອ​ກະ​ລາດ, ເສ​ລີ​ພາບ ແລະ ສັນ​ຕິພາບ​ ຂອງ​ແຕ່​ລະ​ປະ​ເທດ. ທ່ານ​ປະ​ທານ ​ມີວ​ຄາມ​ມຸ່ງ​ຫວັງ​ ແລະ ເຊື່ອ​ໝັ້ນ​​ວ່າ: ມູນ​ເຊື້ອ​ອັນ​ດີ​ງາມ​ນີ້ ຈະ​​ໄດ້​ຮັບ​ການ​ເພີ່ມ​ພູ​ນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ຄົນ​ລຸ່ນໜຸ່ມ​ຂອງ​ສອງ​ປະ​ເທດ.

        ຫຼັງ​ຈາກນັ້ນ, ຄະ​ນະ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ ທ່ານ​ ປະ​ທານ Samdech Heng Samrin ແລະ ມ​ີ​ການ​ເຮັດ​ວຽກ​ ກັບ​ ທ່ານ Paso Cheatvong, ປະ​ທານ​ແນວໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ​ກຳ​ປູ​ເຈຍ ນະ​ຄອນຫຼວງ Phnom Penh. ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ເນື້ອ​ໃນ​ຮ່າງ​ລາຍ​ການບົດ​ບັນ​ທຶກ​ຊ່ວຍ​ຈຳ​ ການ​ຮ່ວມ​ມື ລະ​ຫວ່າງ ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປ​ະ​ເທດ​ຊາດ​ຫວຽດ​ນາມ​ ນະ​ຄອນ​ໂຮ່​ຈີ​ມິນ ແລະ ​ແນວໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ​ກຳ​ປູ​ເຈຍ ນະ​ຄອນຫຼວງ Phnom Penh.

ຂ່າວ/ບົດ​ອື່ນ