ປະທານສະພາແຫ່ງຊາດຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ຊຸກຍູ້ການພົວພັນກັບບັນດາປະເທດອາເມລິກາລາຕີນ, ພິເສດແມ່ນການພົວພັນກັບ ຈີເລ.

ຕອນເຊົ້າວັນທີ 10 ທັນວາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ນິວຊີແລນ, ສ.ຈີເລ ແລະ ອິນໂດເນເຊຍ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ຫວຽດນາມ.

ປະທານສະພາແຫ່ງຊາດຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ - ảnh 1 ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ນິວຊີແລນ Wendy Matthews (ພາບ: TTXVN)

        ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ນິວຊີແລນ Wendy Matthews, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງຕໍ່ເລື່ອງ 2 ປະເທດ ໄດ້ຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ.

ປະທານສະພາແຫ່ງຊາດຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ - ảnh 2 ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ຈີເລ Jaime Chomali Garib (ພາບ: TTXVN)

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ຈີເລ Jaime Chomali Garib, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງຕໍ່ບັນດາໝາກຜົນອັນດີງາມ ເຊິ່ງ 2 ຝ່າຍບັນລຸໄດ້ໃນໄລຍະຜ່ານມາ ແລະ ຖືວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ຊຸກຍູ້ການພົວພັນກັບບັນດາປະເທດອາເມລິກາລາຕີນ, ພິເສດແມ່ນການພົວພັນກັບ ຈີເລ.

ປະທານສະພາແຫ່ງຊາດຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ - ảnh 3 ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ Jaime Ibnu Hadi (ພາບ: TTXVN)

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ Jaime Ibnu Hadi, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ຫວຽດນາມ ຕີລາຄາສູງຕໍ່ບົດບາດຂອງ ອິນໂດເນເຊຍ ໃນພາກພື້ນ ອາຊຽນ. ທ່ານນາງ ຫງວຽນທິກິມເງິນ ໄດ້ສະແດງໃຫ້ເຫັນເຖິງການແບ່ງປັນ ແລະ ຫວັງວ່າ ລັດ, ປະຊາຊົນອິນໂດເນເຊຍ ຈະຜ່ານຜ່າບັນດາຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ-19 ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ