ປະທານສະພາແຫ່ງຊາດພົບປະກັບບັນດາອົງການສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ

(VOVWORLD) -ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບບັນດາອົງການສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ
ປະທານສະພາແຫ່ງຊາດພົບປະກັບບັນດາອົງການສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ສື່ມວນຊົນໄດ້ສວມບົດບາດສຳຄັນພິເສດສຳລັບການເຄື່ອນໄຫວຂອງສະພາແຫ່ງຊາດ
(ພາບ: TTXVN)

ຕອນບ່າຍວັນທີ 15 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບບັນດາອົງການສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925- 21 ມິຖຸນາ 2021).

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດເນັ້ນໜັກວ່າ, ສື່ມວນຊົນໄດ້ສວມບົດບາດສຳຄັນພິເສດສຳລັບການເຄື່ອນໄຫວຂອງສະພາແຫ່ງຊາດ, ຜ່ານສື່ມວນຊົນປະຊາຊົນສາມາດຮູ້ຈັກເຖິງບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ກົງກັນຂ້າມ. ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດຖືວ່າ, ສື່ມວນຊົນໄດ້ຊ່ວຍໃຫ້ປະຊາຊົນ, ຜູ້ມີສິດເລືອກຕັ້ງຕິດຕາມກວດກາບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດເປັນຢ່າງດີກວ່າ ແລະ ກົງກັນຂ້າມ, ສື່ມວນຊົນກໍ່ຊ່ວຍໃຫ້ບັນດາມະຕິ, ກົດໝາຍ, ລັດຖະບັນຍັດໂດຍສະພາແຫ່ງຊາດປະກາດໃຊ້ເຂົ້າສູ່ຊີວິດ. ສະນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ສະເໜີວ່າ:

        “ບັນດາອົງການ, ສຳນັກຂ່າວສານ ຕ້ອງສ່ອງແສງບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງທີ່ສົ່ງເຖິງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ, ອົງການຂຶ້ນກັບຄະນະປະຈຳສະພາແຫ່ງຊາດຢ່າງທັນການກວ່າອີກ; ສະເໜີບັນດາຂໍ້ສະເໜີແນະເພື່ອປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ, ໂດຍສະເພາະແມ່ນການສ້າງກົດໝາຍ, ຕິດຕາມກວດກາ ແລະ ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ ຮັບປະກັນໃຫ້ຕິດແທດກັບພຶດຕິກຳຕົວຈິງຂອງການດຳລົງຊີວິດ; ຄົ້ນຄວ້າເພື່ອໃຫ້ມີບັນດາຫົວເລື່ອງສະເພາະ, ຄໍລຳຕື່ມອີກ ເພື່ອໃຫ້ຂ່າວກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງສະພາແຫ່ງຊາດໃນໜັງສືພິມ, ວິທະຍຸ, ບັນດາອົງການສື່ມວນຊົນ. ສືບຕໍ່ຈັດສົ່ງນັກຂ່າວມີລະດັບຄວາມຮູ້ທາງດ້ານການເມືອງ, ມີວິຊາຊີບ, ມີຄວາມຮູ້, ບົດຮຽນກ່ຽວກັບສະພາແຫ່ງຊາດ ເພື່ອໃຫ້ຂ່າວ”.

ຕອບກັບ

ຂ່າວ/ບົດ​ອື່ນ