ປະທານສະພາແຫ່ງຊາດສເກົາຫລີຮຽກຮ້ອງຈັດຕັ້ງການເຈລະຈາລະຫວ່າງສເກົາຫລີແລະສປປເກົາຫລີ

ປະທານສະພາແຫ່ງຊາດສເກົາຫລີຮຽກຮ້ອງຈັດຕັ້ງການເຈລະຈາລະຫວ່າງສເກົາຫລີແລະສປປເກົາຫລີ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ ສ​ເກົາ​ຫລີ ແລະ ສ​ປ​ປ ເກົາ​ຫລີ
ເມື່ອ​ເດືອນ 8/2010

 (vovworld)-​ວັນ​ທີ 17/7, ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ Cung Ui Hwa ໄດ້​ຮຽກ​ຮ້ອງ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ລະ​ຫວ່າງ ສ​ເກົາ​ຫລີ ແລະ ສ​ປ​ປ ເກົາ​ຫລີ ພ້ອ​ມ​ທັງ​ຖະ​ແຫລງ​ພ້ອມ​ແລ້ວ​ຈະພົບ​ປະ​ກັບ​ຄູ່​ຕຳ​ແຫນ່ງ ສ​ປ​ປ ເກົາ​ຫລີ ໃນ​ບໍ່​ວ່າ​ຈຸດ​ເວ​ລາ​ໃດ ແລະ ໃນ​ບໍ່​ວ່າ​ສະ​ຖານ​ທີ່​ໃດ ຊື່ງ​ພຽງ​ຢາງ​ສະ​ເຫນີ. ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ Cung Ui Hwa ຖື​ວ່າ ຈຸດ​ເວ​ລາ​ເໝາະ​ສົມ​ທີ່​ສຸດ​ເພື່ອ​ຈັດ​ຕັ້ງ​ການ​ພົ​ບ​ປະ​ນີ້​ແມ່ນ​ວັນ​ທີ15/8 ຈະ​ມາ​ເຖິງ ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ແຫລມ​ເກົາ​ຫລີ ຍາດ​ເອ​ກະ​ລາດ ຈາກ​ລະ​ບອບ​ຄອບ​ຄອງ​ລ່າ​ເມືອງ​ຂຶ້ນ​​ຂອງຍີ່​ປຸ່ນ. ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ Cung Ui Hwa ຫວັງ​ວ່າ ຈະ​ໄດ້​ຮັບ​ຄ​ຳ​ຕອບ​ໂດຍ​ໄວ​ຈາກ​ຝ່າຍ ສ​ປ​ປ ເກົາ​ຫລີ. ຄຳ​ສະ​ເຫ​ນີ ຂອງ​ທ່ານ Cung Ui Hwa ຖືກ​ຍົກ​ອອກ​ໃນ​ສະ​ພາບ​ການ​ເຈ​ລະ​ຈາ​ຂັ້​ນ​ລັດ​ຖະ​ບານ​ລະ​ຫວ່າງ ສ​ເກົາ​ຫລີ ແລະ ສ​ປ​ປ ເກົາ​ຫລີ ຖືກ​ຢຸດ​ຕິ​ລົງ. ການ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົ​ມ​ບໍ​ລິ​ຫານ​ເຂດ​ອຸດ​ສາ​ຫະ​ກຳ​​ Kaesong ລະ​ຫວ່າງ ສ​ເກົາ​ຫລີ ແລະ ສ​ປ​ປ ເກົາ​ຫລີ ຈັດ​ຂຶ້ນ​ໃນ​ວັນ​ທີ 16/7 ບໍ່​ບັນ​ລຸ​ຂໍ້​ຕົກ​ລົງ​ໃດ ແລະ ​ບໍ່ກຳ​ນົດ​ເວ​ລາ​ໃຫ້​ການ​ພົບ​ປະ​ຄັ້ງ​ຕໍ່​ໄປ.

 

ຂ່າວ/ບົດ​ອື່ນ