ປະທານສະພາແຫ່ງຊາດຫງວຽນຊິງຮູ່ງ: ຍົກສູງ ຄວາມຮັບຜິດຊອບ ນຳລັດຖະທຳມະນູນ ເຂົ້າຊີວິດການເປັນຢູ່

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງ: ຍົກສູງ ຄວາມຮັບຜິດຊອບ ນຳລັດຖະທຳມະນູນ ເຂົ້າຊີວິດການເປັນຢູ່ - ảnh 1
ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ອວຍພອນປີໃໝ່ພະນັກງານຫ້ອງວ່າການສະພາແຫ່ງຊາດ

(vovworld) - ຕອນ​ເຊົ້າ​ວັນ​ທີ 6/2, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້ລົງ​ຢ້ຽມຢາມ​ພະນັກງານ, ລັດຖະກອນ, ພາລະ​ກອນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ສານ​ປະຊາຊົນ​ສູງ​ສຸດ, ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ກະຊວງ​ຍຸຕິ​ທຳ ​ແລະ ທະນາຄານ​ລົງທຶນ​ພັດທະນາ ຫວຽດນາມ.

    ​ເມື່ອ​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ບັນດາ​ຜູ້​ພິພາກສາ, ພະນັກງານ​ສານ​ປະຊາຊົນ ສູງ​ສຸດ, ທ່າ​ນປະທານ​ສະພາ​ແຫ່ງ​ຊາດ ຢືນຢັນ​ບົດບາດ​ໃຈກາງ​ໃນ​ວຽກ​ງານ​ຕຸລ​າການ​ຂອງ​ສານ​ປະຊາຊົນ. ທ່ານ​ປະທານ​ສະ​ພາ​ແຫ່​ງຊາດ ສະ​ເໜີ​ໃຫ້​ຂະ​ແໜງ​ສານ​ປະຊາຊົນ​ຈັດ​ຕັ້ງ​ກາ​ນຊາບ​ຊືມ ​ແລະ ປະຕິບັດ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ເປັນ​ຢ່າງ​ດີ, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມ​ະຕິ​ຂອງ​ພັກ​, ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ງານ​ຕຸລາ​ການຢ່າງ​ເຂັ້ມ​ງວດ, ຕິດ​ພັນ​ກັບ​ບົດບາດ​ພິພາກສາ​ຂອງ​ສານ, ປະຕິບັດ​ການ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ພິພາກສາ​ເປັນ​ຢ່າງ​ດີ.

    ຮັບ​​ຮອງ​ເອົາ, ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ຮັບ​ປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ຂະ​ແໜງ​​ໄອ​ຍະ​ການ​ປະຊາຊົນ​ໃນ​ປີ 2013, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ: ປີ 2014 ຈະ​ວາງ​ອອກ​ຄຳ​ຮຽກ​ຮ້ອງຫຼາຍ​ຢ່າງ​ໃນ​ການ​ປັບປຸງ​ລະບົບກົດໝາຍ​ວ່າ​ດ້ວຍ​ການດຳ​ເນີນ​ຄະດີ. ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​​ເຊິ່ງໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ຂະ​ແໜງ​​ໄອ​ຍະ​ການ​ປະຊາຊົນ​ຕ້ອງ​ຕັ້ງໜ້າ​ສະຫລຸບ, ຄົ້ນ​ຄ້ວາ, ​ເຂົ້າ​ຮ່ວມ​ການ​ສ້າງ, ປັບປຸງ​ເພີ່ມ​ເຕີມ​ບັນດາ​ເອກະສານ​ນິຕິ​ກຳ​ທີ່​ກ່ຽວຂ້ອງ, ຮັບປະກັນ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃໝ່. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກໍ່​ສະ​ເໜີ​​ໃຫ້​ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ, ສະມາຊິກ​ໃນ​ຂະ​​ແໜງ​ຍົກ​ສູງ​ລະ​ດັບ​ວິຊາ​ຊີບ, ຮັບປະກັນ​ປະຕິບັດ​ຫຼັກການລະບອບ​ກົດໝາຍສັງຄົມ​ນິຍົມ, ປົກ​ປັກ​ຮັກສາ​ສິດທິ​ມະນຸດ​, ສິດ ​ແລະ ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ພົນລະ​ເມືອງກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ