ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຈະຢ້ຽມຢາມມິດຕະພາບຈີນຢ່າງເປັນທາງການ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຈະຢ້ຽມຢາມມິດຕະພາບຈີນຢ່າງເປັນທາງການ - ảnh 1
ທ່ານ ຫງວຽນ​ຊິງ​ຮຸ່ງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ
​ພັກ​ກອມ​ມູນິດ , ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ
(ພາບ: TTXVN)

(vovworld) – ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ອອກ​ແຈ້ງ​ການ​ໃຫ້​ຮູ້​ວ່າ: ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ຈາງ​ຕິ​ຈຽງ, ກຳມະການຜູ້​ປະຈຳ​ກົມ​ການ​ເມືອງ, ປະທານສະພາ​ແຫ່ງ​ຊາດ ຈີນ, ທ່ານ ຫງວຽນ​ຊິງ​ຮຸ່ງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ຢ້ຽມຢາມ​ມິດຕະພາບ​ສາທາລະນະ​ລັດ ປະຊາຊົນ ຈີນ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 23 – 27/12/2015. ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ.

 

ຂ່າວ/ບົດ​ອື່ນ