ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຄະນະຜູ້ແທນລັດຖະສະພາເອີຣົບ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຄະນະຜູ້ແທນລັດຖະສະພາເອີຣົບ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
 ​ຕ້ອນຮັບ​ທ່ານ Werner Langen)

(vovworld) – ຕອນ​ບ່າຍວັນ​ທີ 4/11, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກຸ່ມ​ສະມາຊິກ​ລັດຖະສະພາ ​ເອີຣົບ (EP) ພົວພັນ​ກັບ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ ​ແລະ ອາ​ຊຽນ ​ໂດຍ​ທ່ານ Werner Langen, ປະທານ​ກຸ່ມ​ເປັນ​ຫົວໜ້າ​ຄະນະ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ​ປາດ​ຖະໜາ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ ສະຫະພັນ ​ເອີຣົບ (EU) ​ເວົ້າ​ລວມ ​ແລະ ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽ​ດນາມ ກັບ​ລັດຖະສະພາ ​ເອີຣົບ ​ເວົ້າ​ສະ​ເພາະ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຂອບ​ໃຈ EP ​ໄດ້​ສະໜັບສະໜູນ, ຊຸກຍູ້​ການ​​ໃຫ້​ສັດຕະຍາບັນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ ຫວຽດນາມ - EU (PCA) ​ແລະ ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - EU (EVFTA), ຫັນການ​ພົວພັນ 2 ຝ່າຍ​​ໄປສູ່​ໄລຍະ​ພັດທະນາ​​ໃໝ່, ພັດທະນາ​ກ່ຽວ​ກັບ​​ເນື້ອ​ແທ້, ​ເໝາະສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຫວັງ​ຂອງ​ແຕ່ລະ​ຝ່າຍ. ສ່ວນ​ທ່ານ Werner Langen ກໍ່ຕີ​ລາຄາ​ສູງ​ບັນດາ​ໝາກຜົນ ຊຶ່ງ​ຫວຽດນາມ ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ການປະຕິບັດສຳ​ເລັດ​ບັນດາ​ເປົ້າ​ໝາຍ​ສະຫັດ​ສະ​ວັດຂອງ ສະຫະ​ປະຊາ​ຊາດ​.

 

 

 

 

ຂ່າວ/ບົດ​ອື່ນ