ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ອິນໂດເນເຊຍ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ອິນໂດເນເຊຍ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ຕ້ອນຮັບ
​ທ່ານ​ປະ​ທານ​ສະພາ​ຕຳ່​ອິນ​ໂດ​ເນ​ເຊຍ Setya Novanto


(vovworld) - ຕອນ​ເຊົ້າ​ວັນ​ທີ 30/3, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະ​ທານ​ສະພາ​ຕຳ່​ອິນ​ໂດ​ເນ​ເຊຍ Setya Novanto ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ ໃນ​ໂອກາດຄະນະ​ມາຫວຽດນາມ ​ເຂົ້າ​ຮ່ວມ IPU-132. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ການ​ສະໜັບສະໜູນ, ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ ອິນ​ໂດ​ເນ​ເຊຍ, IPU-132 ຈະ​ປະສົບ​ຜົນສຳ​ເລັດ,​ ຍົກ​ສູງບົດບາດ​ທີ່​ຕັ້ງ​ຂອງ 2 ປະ​ເທດ​ຢູ່​​ໃນ​ໂລກ ​ແລະ ພາກ​ພື້ນ. ການ​ນຳທັງ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-​ອິນ​ໂດ​ເນ​ເຊຍ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່; ​ເພີ່ມ​ທະວີການ​ແລກປ່ຽນດ້ານ​ການ​ຄ້າ, ການ​ບໍລິການ, ການ​ພົບ​ປະ​ແລກປ່ຽນ​ການ​ເດີນ​​ທະ​ເລ. 2 ຝ່າຍ​ເປັນ​ເອກະ​ພາບ​ກັນ​ຊຸກຍູ້​ບັນດາ​ການ​ເຈລະຈາ​ເພື່ອ​ລົງ​ນາມ​ໃນ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ແຫ່ງ​ຊາດທັງ 2 ທ່ານ ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ​ທຸກ​ຂັ້ນ, ​ແບ່ງປັນ​ບົດຮຽນ​ດ້ານ​ນິຕິບັນຍັດ, ກໍ່​ຄື​ຕິດຕາມ​ກວດກາ​ບັນດາ​ຂໍ້​ຕົກ​ລົງ, ​ເຊິ່ງລັດຖະບານ 2 ປະ​ເທດ ​ໄດ້​ລົງ​ນາມ​ແລ້ວ​ໃຫ້ບັນລຸ​ປະສິດທິ​ຜົນ.​ ສະພາ​ແຫ່ງ​ຊາດ 2 ປະ​ເທດ ຈະສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ 2 ຝ່າຍ​ຮ່ວມ​ມື, ລົງທຶນ ​ແລະ ຊອກ​ຫາ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ.

ຂ່າວ/ບົດ​ອື່ນ