ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ - ảnh 1
(ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ຕ້ອນ​ຮັບ
ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​​ການ​ຕ່າງ​ປະ​ເທດ​ ປະ​ຊາ​ຊົນ​ຈີນ)


(vovworld) - ຕອ​ນ​ເຊົ້າ​ວັນ​ທີ 24/12, ຢູ່​ປັ​ກ​ກິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ໄດ​້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ ລິ໋​ສຽວ​ລ​ິ໋ນ ແລະ ​ຊົງ​ຄຸນ​ວຸດ​ທິມິດ​ຕະ​ພາບ​ຈີນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິ​ງ​ຮຸ່ງ ໄດ້​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ ​ທີ່​ມີຕໍ່​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ຈີນ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ສະ​ມາ​ຄົມ ແລະ ບັນ​ດາ​ຊົງ​ຄຸນ​ວຸດ​ທິ​ມິດ​ຕະ​ພາບ​ຈີນ ຈະ​​​ສືບ​ທອດ​ມູນ​ເຊື້ອ, ສືບ​​ຕໍ່​ປະ​ກອບ​ສ່ວນຢ່າງ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຢືນ​ຢັນ​ວ່າ, ການ​ນຳ 2 ພັກ, 2 ລັດ ຍ​າມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ເພື່​ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. ການ​ຢ້ຽມ​ຢາມຈີນ ​ຄັ້ງ​ນີ້​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ເພື່ອ​ແນ​ໃສ່​ຢືນ​ຢັນ​ທັດ​ນະ​ທະ​ສະ​ເໝີ​ຕົ້ນ​ສະ​ເໝ​ີ​ປາຍຂອງ​ຕົນທ​ີ່ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ຈ​ີນ ໃຫ້​ນັບມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ແທ​ດ​ຈິງ.

      ສ່ວນ​ທ່ານ​ນາງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ ລິ໋​ສຽວ​ລ​ິ໋ນ ຢືນ​ຢັນ​ວ່າ, ນຳ​້​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ ໂດຍ​ບັນ​ດາ​ລຸ່ນ​ກ່ອນໆ​​ເພີ່​ມ​ພ​ູນ​ຄຸ​ນ​ສ້າງ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ຮັກ​ສາ ແລະ ເພີ່​ມ​ພ​ູນ​ຄຸນ​ສ້າງ​ຈາກ​ລຸ່ນ​ຕ່າງໆ​ຂອງ 2 ປະ​ເທດ. ນີ້​ກ​ໍ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ, ຢືດ​ໝັ້ນ​ຮັກ​ສາ​ການ​ພົວ​ພ​ັນ​ທີ່​ເປັນ​ມູນ​ເຊື້ອນີ້, ເພື່ອ​ຜົນ​ປະ​ໂຫຍດ​ລວ​ມ​ຂອງປະ​ຊາ​ຊົນ 2 ປະ​ເທດ.

      ຕາມ​ແຜນ​ການ, ຕອນ​ບ່າຍ​ວັນ​ທີ 24/12, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ມີ​ການ​ເຈ​ລະ​ຈາ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຈ​ີນ ແລະ ລົງ​ນ​າມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ 2 ສະ​ພາ​ແຫ່ງ​ຊາດ; ພົ​ບ​ປະ​ເຈ​ລະ​ຈ​າ​ກັບ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ຈີນ.

ຂ່າວ/ບົດ​ອື່ນ