ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບສະຫະພັນນັກຂ່າວອາຊຽນ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບສະຫະພັນນັກຂ່າວອາຊຽນ - ảnh 1
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ຕ້ອນຮັບສະຫະພັນນັກຂ່າວອາຊຽນ
(ພາບ: qdnd)

(vovworld) –  ຕອນ​ບ່າຍ​ວັນ​ທີ 26/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ສະ​ພະ​ພັນ​ນັກ​ຂ່າວ ອາ​ຊຽນ (CAJ) ​ໂດຍ​ທ່ານ Benny Antiporda ຮອງ​ປະທານ​ສະ​ໂມ​ສອນ​ສື່​ມວນ​ຊົນ​ແຫ່ງ​ຊາດ ຟີ​ລິບ​ປິນ, ປະທານ CAJ, ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະມາ​ ຫວຽດນາມ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະພັນ. ​ເຂົ້າຮ່ວມ​ການ​ຕ້ອນຮັບ​ມີ​ນັກ​ຂ່າວ ທ້ວນຮຶວ, ປະທານ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ແລະ ທ່ານ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ ຫງວຽນ​ແຫ້ງ​ຟຸກ.

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ Benny Antiporda ປະທານ CAJ ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ ຫວຽດນາມ ສຳລັບ​ການ​ເຄື່ອ​ນ​ໄຫວ​ຂອງ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ແລະ ຖັນ​​ແຖວ​ນັກ​ຂ່າວ​ເວົ້າ​ລວມ. ທ່ານ Benny Antiporda ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຖານະ​ຕຳ​ແໜ່​ງ​​ເປັນ​ປະທານ CAJ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ນັກ​ຂ່າວ ຫວຽດນາມ ຈະ​ສຳ​ເລັດໜ້າ​ທີ່ຂອງ​ຕົນ​ເປັນ​ຢ່າງ​ດີ; ສືບ​ຕໍ່​ນຳ​ສະຫະພັນ​ກາຍ​ເປັນ​ອົງການ​​ສື່​ມວນ​ຊົນ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ​ ​ແລະ ມີ​ອິດທິພົນ​ຊື່​ສຽງ​ໃນ​ພາກ​ພື້ນ ​ແລະ ​ໂລກ.

        ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ໄດ້​ອວຍພອນ​ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ CAJ ​ແລະ ປາດ​ຖະໜາ​ວ່າ: CAJ ຈະ​ສືບ​ຕໍ່ປັບປຸງ​ຮູບ​ແບບ​ການ​ເຄື່ອນ​ໄຫວ​, ການຈັດ​ຕັ້ງ​ກົງຈັກໃຫ້​ສົມບູນ​ແບບ; ຍົກ​ສູງ​ທີ່​ຕັ້ງບົດບາດ​ຂອງ​ສະຫະພັນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ: ​ໂດຍ​ຜ່ານ​ການ​ເຄື່ອ​ນ​ໄຫວ​ດ້ານ​ວິຊາ​ການ​ສື່​ມວນ​ຊົນ, ບັນດາ​ນັກ​ຂ່າວ CAJ ຈະ​ໂຄສະນາ​ເຜີຍ​ແຜ່ ​ແລະ ຮັກ​ສາ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ; ປະຕິບັດ​ບົດບາດ​ເຊື່ອມ​ຕໍ່​ບັນດາ​ຊົນ​ຊາດ, ປະ​ເທດ​ສະມາຊິກ ອາ​ຊຽນ​ໃຫ້​ດີ​ກ່ວາ​ອີກ; ຍູ້​ແຮງ​ການ​ແນະນຳ​ຮູບ​ພາບ​​ບັນດາປະ​ເທດ​ສະມາຊິກປະຊາ​ຄົມ ອາ​ຊຽນ ກັບ​ສາກົນ, ​ເພື່ອ​ສັນຕິພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ການພັດທະນາ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ​​ໃນທົ່ວ​ໂລກ.

ຂ່າວ/ບົດ​ອື່ນ