ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບຮອງປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບຮອງປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນ - ảnh 1
ທ່ານ ເຈີນ​ຈຸກ ແລະ ທ່ານ ຫງວຽນ​ຊິງ​ຮູ່ງ
(ພາບ: TTXVN)

(vovworld) –  ​ຕອນ​ບ່າຍ​ວັນ​ທີ 28/3, ທີ່​ການ​ຕ້ອນ​ຮັບ​ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​​ແຫ່ງ​ຊາດ ຈີນ ​ເຈີນ​ຈຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ ຈີນ ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ 132, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ຖື​ວ່າ: ເລື່ອງ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 132 ແມ່ນ​ການ​​ລະ​ດົມ​ໃຈສຳ​ລັບ ຫວຽດ​ນາມ ໃນ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່ , ສະ​ແດງ​ໃຫ​້​ເຫັນ​ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບດ​້ານ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ເວົ້າ​ລວມ ແລະ ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ເວົ້າ​ສະ​ເພາະ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ເຊື່ອ​ໝັ້ນ​ວ່າ, ບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ທິ່​ເປັນ​ມູນ​ເຊື້ອ​ມີ​ມາ​ແຕ່​ດົນ​ນານ, 2 ປະ​ເທດ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ຮັບ​ຮອງ​ເອົາຫຼາຍ​ມາດ​ຕະ​ການ​ສັນ​ຕິ​ພາບ​ແກ້​ໄຂ​ຄວາມ​ຂັດ​ແຍ້ງກັນ, ຄວາມບໍ່​ລົງ​ລອຍ​ກັນ, ປະ​ກອ​ບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພ​າບ​ຢູ່​ພາກ​ພື້ນ.


ຂ່າວ/ບົດ​ອື່ນ