ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບເອກອັກຄະລັດຖະທູດAzerbaijanແລະຍີ່ປຸ່ນປະຈຳຫວຽດນາມ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບເອກອັກຄະລັດຖະທູດAzerbaijanແລະຍີ່ປຸ່ນປະຈຳຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Hiroshi Fukada ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິ​ງຮູ່ງ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 5/3, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິ​ງຮູ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ Azerbaijan ປະຈຳ ຫວຽດນາມ​ Anar Imanov ແລະ ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Hiroshi Fukada ​ເຂົ້າຢ້ຽມ​ຂຳ່ນັບ​ເນື່ອງ​ໃນ​ໂອກາດ​ມາ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ​ໃນ​ການ​ພົບ​ປະ​ກັບ​ເອກ​ອັກຄະ​ລັດຖະທູດ Azerbaijan​ , ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊົມ​ເຊີຍ ທ່ານ​ເອກອັກຄະ​ລັດຖະທູດ Anar Imanov ມາ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ ​ແລະ Azerbaijan​ ​ເປີດ​ສະຖານທູດ ຢູ່ ຫວຽດນາມ, ​ເຊື່ອ​ໝັ້ນ​ວ່າ​ນີ້​ຈະ​ແມ່ນ​ປະຖົມ​ປັດ​ໄຈ​ສຳຄັນ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ຖື​ວ່າ: ຫວຽດນາມ ​ແລະ Azerbaijan​ ມີ​ການ​ພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ​ແມ່​ນ​ເງື່ອນ​ໄຂ​ສຳຄັນ​ເພື່ອ​ຍົກ​ລະດັບ​ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ​ຄື: ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການ​ສຶກສາ ​ແລະ ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ການ​ຄ້າ 2 ຝ່າຍ.

        ສ່ວນທ່ານ​ເອກອັກຄະ​ລັດຖະທູດ Anar Imanov ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ, ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ.

    ​ໃນ​ການພົບປະ​ກັບ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນປະຈຳ ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ພວມ​ພັດທະນາ​ຢ່າງ​ແຮງ​ໃນ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ທຸກໆ​ຂົງ​ເຂດ​ທັງ​ລວງ​ກ້ວາງ ​ແລະ ລວງ​ເລິກ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ແທດ​ຈິງ​ໃຫ້​ແກ່​ການ​ພັດທະນາ​ລວມຂອງ​ທັງ 2 ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຂໍ​ຂອບ​ອົກຂອບ​ໃຈ​ບັນດາ​ໂຄງການ​ອຸປະຖ​ຳຂອງ ຍີ່ປຸ່ນ​ສະ​ຫງວນ​ໃຫ້​ແກ່​ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Hiroshi Fukada ຢືນຢັນ ລັດ​ຖະບານ ຍີ່ປຸ່ນ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ ຫວຽດນາມ ​ເປັນ​ສຳຄັນ. ທ່ານ​ເອກ​ອັກຄະ​ລັດຖະທູດ  Hiroshi Fukada  ປາດ​ຖາ​ໜາ​ຢາກ​ໃຫ້ ສະພາ​ແຫ່ງ​ຊາດ ຫວຽດນາມ ສືບ​ຕໍ່​​ເອົາ​ໃຈ​ໃສ່, ສະໜັບສະໜູນ ​ແລະ ຊຸກຍູ້​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ນີ້​.



ຂ່າວ/ບົດ​ອື່ນ