ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຖະຫວາຍທູບທຽນປະທານໂຮ່ຈີມິນຢູ່ແຂວງຕວຽນກວາງ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຖະຫວາຍທູບທຽນປະທານໂຮ່ຈີມິນຢູ່ແຂວງຕວຽນກວາງ - ảnh 1
ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຖະຫວາຍທູບທຽນປະທານ
ໂຮ່ຈີມິນຢູ່ແຂວງຕວຽນກວາງ

(vovworld) – ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ, ຕອນ​ບ່າຍ​ວັນ​ທີ 19/5, ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ຢູ່​ອະ​ນຸ​ສາ​ວະ​ລີ​ປະ​ທານ ໂຮ່​ຈີ​ມິນ ກັບ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແຂວງ ຕວຽນ​ກວາງ ຢູ່​ນະ​ຄອນ ຕວຽນ​ກວາງ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ການ​ນຳ​ແຂວງ ຕວຽນ​ກວາງ, ກໍ່​ໄດ້​ຖະ​ຫວາຍ​ທູບ​ທຽນ​ຢູ່​ວິ​ຫານ​ປະ​ທານ ໂຮ່​ຈີ​ມິນ.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ຄະ​ນະ​ໄດ້​ປູກ​ຕົ້ນ​ໄມ້​​ເປັນທີ່​ລະ​ນຶກ​ຢູ່​ວິ​ຫານ​ປະ​ທານ ໂຮ່​ຈີ​ມິນ.

                                            


ຂ່າວ/ບົດ​ອື່ນ