ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮູ່ງ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮູ່ງ - ảnh 1
ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ ຢູ່ວິຫານ ຮູ່ງ

(vovworld) –  ວັນ​ທີ 27/2, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ ​ໄດ້​ລົງ​ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ພິ​ເສດ​ລະດັບ​ຊາດ ວິຫານ​ຮູ່ງ, ວາງ​ພວງມາລາ​, ຖະຫວາຍ​ທູບ​ທຽນ​ຕອບ​ບຸ​ນ​ແທນ​ຄູນ​ບັນດາ​​ເຈົ້າ​ຊິວິດ​ຮູ່ງ ​ແລະ ຄົນ​ລຸ່ນ​ກ່ອນ​ໆມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ. ທ່ານ ຫງວຽນ​ຊິງ​ຮູ່ງ ສະ​ແດງ​ຄວາມ​ເບີກບານ​ໃນ​ເມື່ອ​ເຫັນ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ​ແຂວງ ຟູ່​ເທາະ ຍາມ​ໃດ​ກໍ​ລົງທຶນ​ບູລະນະ​ປະຕິສັງຂອນ​ເຂດປູຊະນີຍະສະຖານ​ ວິຫານ​ຮູ່ງ ​ໃຫ້​ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ, ສົມ​ເປັນ ປູຊະນີຍະສະຖານ​ປະຫວັດສາດ​ພິ​ເສດ​ລະດັບ​ຊາດ, ຕອບ​ສະໜອງ​ໄດ້​ຄວາມ​ມຸ່ງ​ຫວັງ​ຂອງ​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຊື່ອ​ໝັ້ນ​ວ່າ ປະ​ເທດ​ນັບ​ມື້​ນັບ​ພັດທະນາ, ວຽກ​ງາ​ນພົວພັນ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ນັບ​ມ​ື້ນັບ​ໄດ້​ຮັບ​ການ​ຍົກ​ສູງ, ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຮັກສາ, ສ້າງສາປະ​ເທດ ຫວຽດນາມ ນັບ​ມື້​ນັບ​ໝັ້ນຄົງ, ​ເຂັ້ມ​ແຂງ.


ຂ່າວ/ບົດ​ອື່ນ