ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະກັນຜູ້ມີສິດເລືອກຕັ້ງຮ່າຕິງ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະກັນຜູ້ມີສິດເລືອກຕັ້ງຮ່າຕິງ - ảnh 1
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ພົບປະກັນຜູ້ມີສິດເລືອກຕັ້ງຮ່າຕິງ
(ພາບ: baohatinh.vn)


​(vovworld) – ວັນ​ທີ 16/05, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ຮ່າ​ຕິງ ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​​ຮ່າ​ຕິງ ​ເພື່ອ​ແຈ້ງການ​ຄາ​ດຄະ​ເນ​ລາຍການ, ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ; ພ້ອມ​ທັງ​ຮັບ​ຟັງ​ແນວຄິດຈິດໃຈ, ​ແກ​້​ໄຂ​ຄວາມຂ້ອງໃຈ, ຄວາມເຫັນຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​​. ຢູ່​ທີ່​ນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​​ ​ເອົາ​ໃຈ​ໃສ່​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ກົດໝາຍ​ວ່າ​ດ້ວຍ​ການ​ປະກາດ​ໃຊ້ເອກະສານ​​ນິຕິກຳ ​ແລະ ບັນດາ​ເນື້ອ​​ໃນ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ທີ່​ກອງ​ປະຊຸມ​ຫວ່າງ​ມໍ່ໆ​ມາ​ນີ້.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ ຮັບ​ຮູ້​ບັນດາ​ຄຳ​ເຫັນ​ປະກອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ຖື​ວ່າ​ນັ້ນ​ແມ່ນ​ຄຳ​ເຫັນ​ທີ່​ມີ​ຄຸນຄ່າ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຖື​ວ່າ, ​ໃນ 5 ປີຜ່ານມາ, ຮ່າ​ຕິງ​ໄດ້​ບືນ​ຕົວ​ຂຶ້ນ​ຢ່າງ​ແຮງ, ລາຍ​ຮັບ​ງົບປະມານ​ໄດ້​ເພີ່ມ​ຂຶ້ນ​ສູງ, ​ໂສມ​ໜ້າ​ຊົນນະບົດ​ໄດ້​ມີ​ການ​ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ປະກອບສ່ວນ​ນັບ​ມື້​ນັບ​ຫຼາຍ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ພາກ​ກາງ ​ແລະ ທັງ​ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໃສ່​ໃຈ​ແຂວງ​ຮ່າ​ຕິງ​ ສືບ​ຕໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ, ບຸລິ​ມາ​ສິດ​ໃຫ້​ແກ່​ການ​ພັດທະນາ​ກະ​ສີ​ກຳ​ຕາມ​ທິດ​ທັນ​ສະ​ໄໝ

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ແຂວງ​ຮ່າ​ຕິງ ຫັນ​ຮູບ​ແບບ​ຜະລິດ​ກະ​ສີ​ກຳ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ຕາມ​ທິດ​ມີ​ປະສິດທິ​ຜົນ​ກວ່າ, ສະມັດ​ຕະພາບ​ສູງ​ກວ່າ, ປັບປຸງ​ລາຍ​ຮັບ, ຍົກ​ສູງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ກ​ວ່າ​ອີກ, ສູ້​ຊົນ​​ເພື່ອ​ເຮັດ​ໃຫ້ຮ່າ​ຕິງ ບັນລຸ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ກວ່າອີກໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ