ປະທານສະພາແຫ່ງຊາດຫງວຽນຊິງຮູ່ງພົບປະກັບຜູ້ມີສິດເລືອກຕັ້ງເມືອງເກີ໋ມຊວຽນ,ແຂວງຮ່າຕິ້ງ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງພົບປະກັບຜູ້ມີສິດເລືອກຕັ້ງເມືອງເກີ໋ມຊວຽນ,ແຂວງຮ່າຕິ້ງ - ảnh 1
ປະທານສະພາແຫ່ງຊາດຫງວຽນຊິງຮູ່ງພົບປະກັບຜູ້ມີສິດເລືອກຕັ້ງເມືອງເກີ໋ມຊວຽນ,ແຂວງຮ່າຕິ້ງ

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 3/10, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​​ຊິງ​ຮູ່ງ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ຮ່າ​ຕິ້ງ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ເກີ໋ມ​ຊວຽນ, ແຂວງ ຮ່າ​ຕິ້ງ ເພື່ອ​ແຈ້ງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຮັບ​ຊາບ​ເນື້ອ​ໃນ​ຂອງ​ລາຍ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ແລະ ຮັບ​ຟັງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ທີ່​ຈັດ​ກອງ​ປະ​ຊຸມ.

        ນະ​ທີ່ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ໄດ້​ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ​ທີ່​ກົງ​ໄປ​ກົງ​ມາ, ສຸດ​ຈິດ​ສຸດ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ເກີ໋ມ​ຊວຽນ ທີ່​ໄດ້ຝາກ​ເຖິງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ແຂວງ ຮ່າ​ຕິ້ງ ແລະ ເມືອງ ເກີ໋ມ​ຊວຽນ ບຸ​ລິ​ມະ​ສິດ​ໃນ​ການ​ລົງ​ທຶນ​ໃຫ້​ຂະ​ແໜງ​ສາ​ທາ​ລະ​ນະ​ສ​ຸກ, ການ​ທ່ອ​ງ​ທ່ຽວ, ການ​ພັດ​ທະ​ນາ​ຕົວ​ເມືອງ​ຕິດ​ພ​ັນ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ມີ​ແຜນກ​ຳ​ນົດ​ຕາມ​ທິດ​​ທັນ​ສະ​ໄໝ, ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊ​ິງ​ຮູ່ງ ກໍ່​ສະ​ເໜີ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແຂວງ ຮ່າ​ຕິ້ງ ສືບ​ຕໍ່​ວາງ​ອອກ​ຄາດ​ໝາຍ​ພັດ​ທະ​ນາ​ຢູ່​ໃນ​ລະ​ດັບ​ປາ​ນ​ກາງ ເມື່ອ​ທຽບ​ໃສ່​ກັບ​ທົ່ວ​ປະ​ເທດ, ໃນ​ນັ້ນ​ມີ​ບາງ​ຂະ​ແໜງ​ການ, ຂົງ​ເຂດ​ປາຍ​ແຫຼມ.


ຂ່າວ/ບົດ​ອື່ນ