ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະສັງສັນກັບຜູ້ຕາງໜ້າສະມາຊິກສະພາແຫ່ງຊາດລຸ້ນຕ່າງ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະສັງສັນກັບຜູ້ຕາງໜ້າສະມາຊິກສະພາແຫ່ງຊາດລຸ້ນຕ່າງ - ảnh 1
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພົບປະສັງສັນ
ກັບຜູ້ຕາງໜ້າສະມາຊິກສະພາແຫ່ງຊາດລຸ້ນຕ່າງ)

(vovworld) – ຕອນ​ເຊົ້າ​ວັນ​ທີ 05/01 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ໄດ້ພົບ​ປະ​ສັງ​ສັນ​ກັບ​ຜູ້ຕາງໜ້າ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລຸ້ນຕ່າງໆ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນ​ຢັນ​ວ່າ: ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ ຫວຽດນາມ ​ເມື່ອປີ 1946 ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງານ ​ແລະ ​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອ​ມ ​ແລະ ສະໜັບສະໜູນ​ຈາກ​ປະຊາຊົນ. ນີ້​ແມ່ນ​ການ​ເລືອກ​ຕັ້ງຂອງ​ຈິດ​ໃຈ​ປະຊາຊົນ, ​ເຕົ້າ​ໂຮມຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ; ​ເປັນປະຖົມ​ປັດ​ໃຈ​ສຳຄັນ, ປະກອບສ່ວນ​ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ຂອງ ຫວຽດນາມ ບົນ​ເວທີ​ສາກົນ, ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ໃຫ້​ພາລະກິດ​ຕໍ່ສູ້ຍາດ​ເອົາ​ເອກະລາດ, ກໍ່​ຄື​ສ້າງສາ​ປະ​ເທດ​ຊາດ​ພັດທະນາ, ​ເຊື່ອມ​ໂຍງ​ຄື​ປະຈຸ​ບັນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ: ສະມາຊິກ​ສະພາ​ແຫ່ງ​ຊາດ​ແຕ່ລະຄົນ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ທີ່​ໄດ້​ຕາງໜ້າ​ໃຫ້​ເຈດ​ຈຳນົງ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​, ກຳລັງ​ແຮງ​ຂອງ​ປະຊາຊົນ, ຈິ​ດ​ໃຈ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົ​ນທັງ​ຊາດ ​ແລະ ຂອງ​ເຈດ​ຈຳນົງ​ຂອງ​ຊາດ ຫວຽດນາມ ເພື່ອ​ປະຕິບັດ​ໜ້າ​ທີ່. ທ່ານ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ:

        “ບຸນຄຸນ​ພາລະກິດ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລຸ້ນ​ຕ່າງໆນັບ​ແຕ່​ຊຸດ​ທີ 1 ​ແມ່ນມໍລະດົກ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ທອດ. ສະພາ​ແຫ່ງ​ຊາດຊຸດ​ທີ 13 ​​ແມ່ນ​ສືບ​ທອດຈາກ​ສະພາ​ແຫ່ງ​ຊາດ​ທັງ 13 ຊຸດ, ສະພາ​ແຫ່ງ​ຊາດ ສາ​ທາລະນະ​ລັດ​ສັງຄົມ​ນິ​ຍົມ ຫວຽດນາມ ​ແມ່ນສືບ​ທອດສະພາ​ແຫ່ງ​ຊາດ ​ສາທາລະນະ​ລັດປະຊາທິປະ​ໄຕ ຫວຽດນາມ, ລັດຖະທຳ​ມະນູນ​ປີ 2013 ​ແມ່ນສືບ​ທອດ​ລັດຖະທຳ​ມະນູນ​ປີ 1946 ​ແລະ ຮ່ວມ​ພັດທະນາ​ພ້ອມ​ກັບປະ​ເທດ​ຊາດ​ຄຽງ​ຄູ່​ກັບ​ຊົນ​ຊາດ”

 


 

ຂ່າວ/ບົດ​ອື່ນ