ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງມາຮອດປັກກິ່ງເລີ່ມຕົ້ນການຢ້ຽມຢາມຈີນ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງມາຮອດປັກກິ່ງເລີ່ມຕົ້ນການຢ້ຽມຢາມຈີນ - ảnh 1

(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງເລີ່​ມຕົ້ນ​ການ
​ຢ້ຽມຢາມ​ມິດຕະພາບ ສາທາລະນະ​ລັດ​ປະຊາຊົນ ຈີນ )

(vovworld) – ​ເວລາ 10 ​ໂມງ 30 (ຕາມ​ເວລາ ປ​ັກກິ່ງ), ວັນ​ທີ 23/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄປ​ຮອດ​ສະໜາມ​ບິນ​ສາກົນ ນະຄອນຫລວງ ປັກ​ກິ່ງ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ມິດຕະພາບ ສາທາລະນະ​ລັດ​ປະຊາຊົນ ຈີນ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ ຈາງ​ຕິ​ຈຽງ, ກຳມະການ​ຜູ້​ປະຈຳການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຈີນ. ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ​ຢູ່​ສະໜາມ​ບິນ​ສາກົນ​ທີ່​ນະຄອນຫຼວງ ປັກ​ກິ​ງ, ມີ​ທ່ານ​ຮອງ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ, ສະພາ​ແຫ່ງ​ຊາດ​ຈີນ, ຫົວໜ້າ​ກຸ່ມ​ລັດຖະສະພາ​ມິດຕະພາບ​ຈີນ - ຫວຽດນາມ ຈ໋າວອວຍ​ເຈົາ ​ແລະ ຜູ້ຕາງໜ້າ​ບັນດາ​ຫົວໜ່ວຍ​ທີ່​ຂຶ້ນ​ກັບ​ສະພາ​ແຫ່ງ​ຊາດ​ຈີນ.

      ການ​ຢ້ຽມຢາມ​ມິດຕະພາບ​ຈີນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ດຳ​ເນີນ​ໄປ​​ໃນ​ລະຫວ່າງ​ວັນ​ທີ 23-27/12. ຕາມ​​ແຜນການ​ແລ້ວ, ຢູ່​ນະຄອນຫຼວງ​ປັກ​ກິ​ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມຈະ​ກຳ​ເນີນ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຈີນ ຈາງ​ຕີ​ຈຽງ. ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ກໍ​ຈະ​ມີ​ບັນ​ດາ​ກາ​ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຈາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສື​ຈິນ​ຜິງ ແລະ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊ​າ​ຊົນ​ຈີນ ຢູ​ເຈິງ​ເສິງ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ແລະ ຄະ​ນະ​ຜູ້​ແທນ​ກໍ​ຈະ​ສະ​ຫງວນ​ເວ​ລາ​ໄປ​ຢ້​ຽມ​ຢາມ, ພົບ​ປະ, ໂ​ອ້​ລົມ​ສົນ​ທະ​ນາ​ກັບ​ພະ​ນັກ​ງານ​ສະ​ຖານ​ທູດ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ປັກ​ກິງ.

      ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຈີນ ​ຢ່າງ​ເປັ​ນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ແລະ ຄະ​ນະ​ຜູ​້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເພື່ອ​ແນ​ໃສ່ຫັນ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ເຊິ່ງ 2 ຝ່າຍ​ບັນ​ລຸ​ໄດ້​ໃນ​ບັນ​ດາ​ການພົບ​ປະ​ຜ່ານ​ມາ​ໃຫ້ເປັນ​ລະ​ອຽດ; ພ້ອມ​ທັງ​ກະ​ຕຸ​ກ​ຊຸກ​ຍູ​້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ຈີນ ​ໃຫ້ພັດ​ທະ​ນາ​​ສະ​ຖຽນ​ລະ​ພາບ, ປອດ​ໄສ, ໝັ້​ນ​ຄົງ ເພື່​ອ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ​.

ຂ່າວ/ບົດ​ອື່ນ